ຖະຫວາຍທູບທຽນ, ດອກໄມ້ຢູ່ຫໍພິພິທະພັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍຄະນະ ໄດ້ກົ້ມຫົວໄວ້ອາໄລຕໍ່ດວງວິນຍານຂອງປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ດີເດັ່ນຂອງຊາດຫວຽດນາມ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີ ແລະການເສຍສະຫຼະເພື່ອປະຊາຊົນ, ເພື່ອປະເທດຊາດຂອງປະທານໂຮ່ຈີມິນ - ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ, ສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ ສັນຕິພາບ, ເອກະລາດ, ເອກະພາບ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຫໍພິພິທະພັນໂຮ່ຈີມິນ (ສາຂານະຄອນໂຮ່ຈີມິນ).

ປະທານປະເທດ ພ້ອມດ້ວຍຄະນະ ໄດ້ຖະຫວາຍທູບທຽນ,  ດອກໄມ້, ກົ້ມຫົວໄວ້ອາໄລຕໍ່ດວງວິນຍານ ປະທານ ໂຕນດຶກຖັງ - ຜູ້ນໍາຂອງຊົນຊັ້ນກໍາມະກອນ, ເປັນແບບຢ່າງທີ່ໃສແຈ້ງກ່ຽວກັບການດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ຮັບໃຊ້ການປະຕິວັດ, ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.

ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຖະຫວາຍທູບທຽນອາໄລຫາຕໍ່ດວງວິນຍານຂອງສະຫາຍ ຫງວຽນວັນລິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແຕ່ປີ 1986 ເຖິງປີ 1991, ລູກສິດທີ່ດີເລີດຂອງປະທານ ໂຮ່ຈີມິນ, ນັກກອມມູນິດທີ່ກ້າແກ່ນ, ບໍ່ຍອມຈໍານົນ, ຜູ້ນໍາທີ່ມີຄວາມຢຶດໝັ້ນ ແລະມີຫົວຄິດປະດິດສ້າງ. ທ່ານປະທານປະເທດ ເນັ້ນໜັກວ່າ ຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບພາລະກິດປ່ຽນແປງໃໝ່ຂອງພັກ ຕະຫຼອດໄປ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາ ເລຂາທິການໃຫຍ່ ຫງວຽນວັນລິງ. ພາບ: ສໍານັກຂ່າວສານຫວຽດນາມ.

ໄປຖະຫວາຍທູບທຽນອາໄລຫາຕໍ່ດວງວິນຍານຂອງສະຫາຍ ຫວໍຈີ໊ກົງ, ປະທານສະພາແຫ່ງລັດ ແຕ່ປີ 1987-1991, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ສະຫາຍ ຫວໍຈີ໊ກົງ ແມ່ນໜຶ່ງໃນບັນດາຜູ້ນໍາທີ່ດີເລີດໃນຂະບວນການປົດປ່ອຍຊາດ.

ໄປຖະຫວາຍທູບທຽນອາໄລຫາຕໍ່ດວງວິນຍານຂອງພົນເອກ ເລດຶກແອັງ, ປະທານປະເທດ ໄລຍະ 1992-1997, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ເຖິງວ່າ ຈະຢູ່ໃນຕໍາແໜ່ງໃດ, ສະຫາຍ ເລດຶກແອັງ ກໍມີຄວາມສຸດໃຈ, ປະກອບຄໍາເຫັນສໍາຄັນເຂົ້າໃນບັນຫາໃຫຍ່ຂອງປະເທດ. ຍາມໃດ ສະຫາຍ ກໍ່ສູ້ຊົນ, ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ຍາມໃດກໍສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄຸນທາດທະຫານລຸງໂຮ່; ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ, ຖືຜົນປະໂຫຍດຂອງພັກ, ປະເທດຊາດ ແລະປະຊາຊົນ ຢູ່ເໜືອກວ່າສິ່ງໃດໝົດ...

ໂດຍ: ໄຊຊະນະ