ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ສປປ ລາວຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ ຢູ່ນະຄອນຫຼວງ ວຽງຈັນ, ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ທີ່ການພົບປະ, ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ- ລາວ, ຖືນີ້ແມ່ນຊັບສົມບັດອັນລໍ້າຄ່າ, ມີຄວາມສໍາຄັນຍຸດທະສາດຕໍ່ພາລະກິດປະຕິວັດຂອງສອງປະເທດ.
    |
 |
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລະຫວ່າງຄະນະຕ່າງໆຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊ່ວຍເຫຼືອກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະຢຶດໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ສ່ວນສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບວ່າ ສອງຝ່າຍຈະຕັ້ງໜ້າເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ເພື່ອສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບມູນເຊື້ອການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ເປັນຕົ້ນແມ່ນຄົນລຸ້ນໜຸ່ມຂອງສອງປະເທດ.
ໂດຍ: ທະນາພອນ