ທີ່ການພົບປະເຈລະຈາ, ສະຫາຍ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນເມື່ອເປັນຄັ້ງທໍາອິດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຖານະເປັນນາຍົກລັດຖະມົນຕີ  ແລະແມ່ນການນຳຕ່າງປະເທດຜູ້ທຳອິດ ມາຢ້ຽມຢາມ ລາວ ຢ່າງເປັນທາງການນັບແຕ່ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ລາວ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ສະຫາຍ ຟ້າມມິງຈິ໊ງ ຊົມເຊີຍຜົນງານຢ່າງຕັ້ງໜ້າຂອງລາວ ໃນການຮັບມືກັບພະຍາດໂຄວິດ-19, ຟື້ນຟູເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ; ເຊື່ອໝັ້ນວ່າພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະຄວາມມານະພະຍາຍາມຂອງລັດຖະບານລາວ ໂດຍສະຫາຍ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ລາວ ຈະແກ້ໄຂບັນດາຄວາມຫຍຸ້ງຍາກໃນປະຈຸບັນໂດຍໄວ, ສືບຕໍ່ປະຕິບັດບັນດາເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ປະສົບຜົນສຳເລັດ, ມຸ່ງໄປເຖິງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດ ລາວ ຢ່າງມີໄຊ.

leftcenterrightdel
ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຊົມເຊີຍສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມລາວ ຢ່າງເປັນທາງການ, ພ້ອມທັງເປັນປະທານຮ່ວມກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ແລະປິດປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022; ເນັ້ນໜັກຄວາມໝາຍສໍາຄັນຂອງການຢ້ຽມຢາມໃນສະພາບການສອງປະເທດ ຫາກໍ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື; ຕີລາຄາສູງເລື່ອງສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນການນໍາຕ່າງປະເທດຜູ້ທໍາອິດ ມາຢ້ຽມຢາມລາວ ໃນປີ 2023, ພາຍຫຼັງ ສະຫາຍ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບອົກຂອບໃຈການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຫວຽດນາມ ທີ່ສະຫງວນໃຫ້ ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດ ໃນປະຈຸບັນ;...

ສອງນາຍົກລັດຖະມົນຕີ ສືບຕໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແມ່ນຍາມໃດກໍ່ຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ການປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ແລະສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຢ່າງຕັ້ງໜ້າ, ຍືນຍົງ ຂອງການພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດ ໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບມານະພະຍາຍາມຜັນຂະຫຍາຍຂໍ້ຕົກລົງຍຸດທະສາດວ່າດ້ວຍການຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2030, ສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ-ລາວ 2021-2025 ແລະບັນດາຂໍ້ຕົກລົງ, ແຜນການຮ່ວມມືສະບັບຕ່າງໆ ທີ່ໄດ້ລົງນາມໃນທຸກຂົງເຂດ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຊ່ອງທາງ ເພື່ອປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈແບບພິເສດ ແລະໝັ້ນແກ່ນ...

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ໂດຍສະເພາະແມ່ນຢູ່ ສປຊ, ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນ; ພ້ອມກັບບັນດາປະເທດອາຊຽນ ອື່ນ ສູ້ຊົນຮັກສາຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ຢ່າງໝັ້ນຄົງ, ສົມທົບກັນຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນຫາຍຸດທະສາດ, ໃນນັ້ນມີບັນຫາທະເລຕາເວັນອອກ. ຫວຽດນາມ ພ້ອມແລ້ວທີ່ຈະຊ່ວຍເຫຼືອລາວ ຮັບດໍາລົງຕໍາແໜ່ງສາກົນໃນໄລຍະຈະມາເຖິງ ປະສົບຜົນສຳເລັດ, ໃນນັ້ນມີບົດບາດເປັນປະທານອາຊຽນ, ປະທານໄອປາ ໃນປີ 2024.

ພາຍຫຼັງການພົບປະເຈລະຈາ, ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຈໍານວນ 10 ສະບັບ.

ໂດຍ: ໄຊນີດາ