ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບປະທານາທິບໍດີ ຟິລິບປິນ
ກປ.ອອນໄລ - ຕອນບ່າຍ 23 ພະຈິກ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Ferdinand Romualdez Marcos Jr ປະທານາທິບໍດີ ຟິລິບປິນ ຢູ່ທຳນຽບປະທານາທິບໍດີ ຟິລິບປິນ.
ທ່ານ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງປະທານາທິບໍດີ Ferdinand Romualdez Marcos Jr, ປະເທດຟິລິບປິນ ຈະສືບຕໍ່ຍາດໄດ້ຜົນງານພັດທະນາ ຢ່າງຮອບດ້ານກວ່າອີກໃນວຽກງານສ້າງສາ, ພັດທະນາປະເທດໃຫ້ມີຄວາມຮຸ່ງເຮືອງ, ວັດທະນາຖາວອນ ແລະຍົກສູງຖານະບົດບາດຂອງຟິລິບປິນ ຢູ່ພາກພື້ນ ແລະໃນໂລກ. ແຈ້ງໃຫ້ທ່ານປະທານາທິບໍດີຟິລິບປິນ ຮັບຊາບກ່ຽວກັບໝາກຜົນຂອງການພົບປະເຈລະຈາກ່ອນໜ້ານັ້ນກັບທ່ານປະທານສະພາຕ່ຳຟິລິບປິນ, ທ່ານ ເວືອງດິ່ງເຫວະ ຢັ້ງຢືນວ່າ ນະໂຍບາຍຂອງຫວຽດນາມ ແມ່ນປັບປຸງຢ່າງບໍ່ຢຸດຢັ້ງ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຟິລິບປິນ ໃນທຸກຂົງເຂດກວ່າອີກ; ຖືວ່າ ຫວຽດນາມ ແລະຟິລິບປິນ ຄວນຊຸກຍູ້ການພົວພັນໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນ, ໂດຍສະເພາະແມ່ນເມື່ອສອງປະເທດເປັນບ້ານໃກ້ເຮືອນຄຽງສະໜິດຕິດພັນ, ມີຄວາມຄ້າຍຄືກັນກ່ຽວກັບຂະໜາດປະຊາກອນ ແລະລະດັບພັດທະນາ, ເປັນພື້ນຖານສຳຄັນເພື່ອພັດທະນາການພົວພັນສອງຝ່າຍກວ່າອີກ. ທ່ານ Ferdinand Romualdez Marcos Jr ຊົມເຊີຍການຢ້ຽມຢາມຟິລິບປິນ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພາຍຫຼັງ 16 ປີ; ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະແມ່ນຂີດໝາຍສຳຄັນເພື່ອປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດກໍ່ຄືການພົວພັນລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ.
    |
 |
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Ferdinand Romualdez Marcos Jr ປະທານາທິບໍດີ ຟິລິບປິນ. ພາບ: ສຳນັກຂ່າວສານຫວຽດນາມ. |
ການນຳສອງທ່ານໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ ການພົວພັນສອງປະເທດພວມພັດທະນາຢ່າງດີງາມໃນຫຼາຍປີຜ່ານມາເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19 ກໍ່ຕາມ. ພິເສດ, ການຄ້າສອງຝ່າຍໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນສອງປະເທດດ້ວຍວົງເງິນການນຳເຂົ້າ-ສົ່ງອອກປີ 2021 ບັນລຸ 6,8 ຕື້ດົ່ງ, ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ; 10 ເດືອນປີ 2022 ບັນລຸໄດ້ເກືອບ 6,6 ຕື້ໂດລາສະຫະລັດ.
ສອງຝ່າຍເຫັນດີເປັນເອກະພາບວ່າ ຈະແບ່ງປັນຂໍ້ມູນຂ່າວສານ, ສະໜັບສະໜູນເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ, ທັດສະນະ ແລະບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງລວມຢູ່ພາກພື້ນ, ໃນນັ້ນລວມມີທັງທະເລຕາເວັນອອກ.
ໂດຍ: ສົມເພັດ