ທີ່ວາລະປະຊຸມ, ສອງຝ່າຍໄດ້ແບ່ງປັນກ່ຽວກັບສະພາບການຢູ່ແຕ່ລະປະເທດ, ກວດກາຄືນ, ຕີລາຄາບັນດາຂົງເຂດຮ່ວມມືສອງຝ່າຍ, ປຶກສາຫາລືມາດຕະການເພື່ອແນໃສ່ນໍາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣາຊິນ ເຂົ້າສູ່ລວງເລິກ, ໝັ້ນທ່ຽງໃນໄລຍະຈະມາເຖິງ. ສອງຝ່າຍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງການພົວພັນດ້ານເສດຖະກິດສອງຝ່າຍ. ສອງຝ່າຍກໍ່ເນັ້ນໜັກເຖິງກຳລັງຄວາມສາມາດໃນການຮ່ວມມືດ້ານກະສິກໍາ ແລະພະລັງງານທົດແທນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຢູ່ຮ່າໂນ້ຍ. ພາບ: phapluatxahoi.kinhtedothi.vn

ສອງຝ່າຍໄດ້ຫັນດີເປັນເອກະພາບນໍາກັນວ່າ ໃນປີ 2023 ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາທ່າພັດທະນາການພົວພັນສອງຝ່າຍ, ເປີດກວ້າງການພົບປະເຈລະຈາ ແລະເຊື່ອມຕໍ່ລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດສອງຝ່າຍ, ປັບປຸງກອບນິຕິກໍາໃຫ້ສົມບູນແບບເພື່ອສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ. ກະຊວງການຕ່າງປະເທດສອງປະເທດ ກໍ່ເຫັນດີພ້ອມກັນສົມທົບຊຸກຍູ້ການເຈລະຈາມຸ່ງໄປເຖິງການລົງນານເອກະສານຮ່ວມມືໃນຂົງເຂດປ້ອງກັນຊາດ, ການສຶກສາໃນໂອກາດທີ່ເໝາະສົມ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ການລົງທຶນ ແລະການຮ່ວມມືດ້ານເຕັກນິກ.

ໂດຍ: ທູຈາງ