ນັບແຕ່ປີ 1949, ຫວຽດນາມ ໄດ້ເຂົ້າຮ່ວມສ້າງຕັ້ງ WPC ຢູ່ກອງປະຊຸມໃຫຍ່ ປະຊາຊົນໂລກປົກປັກຮັກສາສັນຕິພາບຢູ່ ປາຣີ. ປະເທດ, ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ, ຈົດຈໍາການສະໜັບສະໜູນ, ຄວາມສາມັກຄີຢ່າງແຮງ ແລະຊ່ວຍເຫຼືອອັນລໍ້າຄ່າຂອງບັນດາອົງການຈັດຕັ້ງປະຊາທິປະໄຕ, ກ້າວໜ້າສາກົນ, ໃນນັ້ນ ມີ WPC ແລະບັນດາອົງການຈັດຕັ້ງສະມາຊິກຕໍ່ກັບການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ, ກໍ່ຄືໃນການສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ກັບຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ. ພາບ: ສໍານັກຂ່າວສານຫວຽດນາມ.

ປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ WPC ແລະບັນດາອົງການຈັດຕັ້ງສະມາຊິກຂອງສະພາໃນການສະກັດກັ້ນສົງຄາມ, ກໍ່ສ້າງໂລກແຫ່ງສັນຕິພາບ ແລະຍຸຕິທໍາ; ພິເສດແມ່ນບັນດາການເຄື່ອນໄຫວສະໜັບສະໜູນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນບັນດາປະເທດ, ປົດອາວຸດນິວເຄຼຍ ແລະສະໜັບສະໜູນບັນດາຜູ້ຖືກເຄາະຮ້າຍຈາກສົງຄາມ.

ປະທານປະເທດເຊື່ອໝັ້ນວ່າ, ກອງປະຊຸມໃຫຍ່ ຄັ້ງທີ 22 ຂອງ WPC ຈະປະສົບຜົນສໍາເລັດຢ່າງຈົບງາມດ້ວຍຫຼາຍຂໍ້ລິເລີ່ມ, ໂຄງການກະທໍາແທດຈິງເພື່ອຊຸກຍູ້ສັນຕິພາບ ແລະຄວາມສາມັກຄີສາກົນ.

ປະທານປະເທດຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ເຊີດຊູບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະກົດໝາຍສາກົນກ່ຽວກັບການເຄົາລົບເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ບໍ່ນໍາໃຊ້ ຫຼື ນາບຂູ່ການນໍາໃຊ້ອາວຸດໃນການພົວພັນສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ. ຫວຽດນາມ ມີແຜນນະໂຍບາຍເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ການຮ່ວມມືສັນຕິພາບ, ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການຕ້ອນຮັບ, ການນໍາ WPC ແລະສາພາສັນຕິພາບບັນດາປະເທດໄດ້ສະແດງຄວາມເຄົາລົບ, ສະແດງອາລົມຈິດຄວາມຮັກແພງທີ່ມີຕໍ່ປະທານໂຮ່ຈີມິນ; ມີຄວາມນິຍົມນັບຖືຕໍ່ມູນເຊື້ອ, ຜົນງານຂອງປະເທດຊາດ ແລະປະຊາຊົນຫວຽດນາມ ວິລະຊົນ-ສັນຍາລັກຂອງສັນຕິພາບໂລກ. ບັນດາຜູ້ແທນໄດ້ອວຍພອນ ແລະຕີລາຄາສູງການຫັນປ່ຽນຕົນເອງຢ່າງແຮງກ່ຽວກັບທຸກດ້ານຂອງຫວຽດນາມ. ຜູ້ແທນບັນດາປະເທດປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຮັກສາພື້ນຖານສັນຕິພາບໂລກ, ເພື່ອໂລກສະເໝີພາບ, ຍຸຕິທໍາ, ເພາະວ່າປະຊາຊົນຫວຽດນາມ ຮັກສັນຕິພາບ ແລະຫວຽດນາມ ມີທີ່ຕັ້ງສໍາຄັນໃນດວງໃຈຜູ້ຮັກຫອມສັນຕິພາບໂລກ.

ໂດຍ: ໄຊນີດາ