ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດ ລາວ, ສະຫາຍ ເລມິງຮຶງ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງ ພັກກອມມູນິດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 21-22 ພະຈິກ.
ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕອນຮັບຄະນະ.
    |
 |
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕອນຮັບສະຫາຍ ເລມິງຮຶງ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະ, ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ປະຕິບັດສັນຍາຮ່ວມມືລະຫວ່າງສອງຫ້ອງວ່າການຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ; ພ້ອມທັງຮັກສາ ແລະເສີມສ້າງສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໃນໂລກ.
ໃນວັນດຽວກັນ, ສະຫາຍ ເລມິງຮຶງ ໄດ້ມີການພົບປະກັບສະຫາຍ ທອງສະລິດ ມັງໜໍ່ເມກ. ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາບັນດາໝາກຜົນການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກຂອງສອງປະເທດໃນໄລຍະຜ່ານມາ; ແລກປ່ຽນບົດຮຽນໃນວຽກງານຄົ້ນຄ້ວາ ແລະເປັນເສນາທິການຮັບໃຊ້ວຽກງານຊີ້ນຳນຳພາຂອງພັກ ແລະບາງຈຸດສຸມການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກໃນປີ 2023.
ໂດຍ: ທະນາພອນ