ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊົມເຊີຍ ກຳປູເຈຍ ຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40-41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ສໍາເລັດຜົນ; ທ່ານ ເຊື່ອໝັ້ນວ່າ ກຳປູເຈຍ ຈະຈັດຕັ້ງກອງປະຊຸມ AIPA-43 ທີ່ຈະມາເຖິງ ປະສົບຜົນສຳເລັດ, ປະກອບສ່ວນສ້າງປະຊາຄົມອາຊຽນ ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະປະທານສະພາສູງ ກຳປູເຈຍ Samdech Say Chhum ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ການນຳສອງທ່ານ ເຊື່ອໝັ້ນວ່າການຢ້ຽມຢາມເຊິ່ງກັນແລະກັນຂອງການນຳຂັ້ນສູງສອງປະເທດ ຫວ່າງແລ້ວນີ້ ຈະສ້າງກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະສອງອົງການນິຕິບັນຍັດ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນທຸກຊ່ອງທາງ, ເຊັ່ນ: ໃນສາຍພັກ,  ສາຍລັດຖະບານ, ສາຍລັດຖະສະພາ ແລະການທູດປະຊາຊົນ; ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນວິຊາການໃນຂົງເຂດນິຕິບັນຍັດລະຫວ່າງບັນດາກຳມາທິການສະເພາະກິດ.

ເສີມຂະຫຍາຍໝາກຜົນອັນດີງາມທີ່ບັນລຸໄດ້ໃນ “ປີມິດຕະພາບ ຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022”, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສອງຝ່າຍສືບຕໍ່ເອົາໃຈໃສ່, ສຶກສາອົບຮົມປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດ ເພື່ອມີຄວາມຮັບຜິດຊອບໃນການຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງປະເທດ.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະປະທານສະພາສູງ ກຳປູເຈຍ Samdech Say Chhum ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະກອງເລຂາສະພາສູງ ກຳປູເຈຍ.

ພາຍຫຼັງການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານປະທານສະພາສູງກຳປູເຈຍ Samdech Say Chhum ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ກອງເລຂາສະພາສູງ ກຳປູເຈຍ.

ຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນຫຼວງພະນົມເປັນ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ໄດ້ເປັນເຈົ້າພາບຈັດງານລ້ຽງຂໍ່ານັບຮັບຕ້ອນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ແລະເຂົ້າຮ່ວມ AIPA-43.

ໂດຍ: ໄຊຊະນະ