ປະທານປະເທດຫວຽດນາມ ພົບປະກັບປະທານສະພາແຫ່ງຊາດ ໄທ
ກປ.ອອນໄລ - ວັນທີ 17 ພະຈິກ, ທີ່ນະຄອນຫຼວງບາງກອກ (ໄທ), ສືບຕໍ່ການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມບັນດາການນໍາເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 29, ປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບປະທານສະພາແຫ່ງຊາດ ໄທ.
ທີ່ການພົບປະກັບ ທ່ານ Chuan Leekpai ປະທານສະພາແຫ່ງຊາດ ໄທ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ, ໃນນັ້ນມີໝາກຜົນແທດຈິງຂອງການພົບປະເຈລະຈາທາງໄກລະຫວ່າງປະທານສະພາແຫ່ງຊາດສອງປະເທດ ເມື່ອເດືອນສິງຫາ 2021; ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງປະທານສະພາແຫ່ງຊາດ ໄທ ຕໍ່ກັບການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບປະທານສະພາແຫ່ງຊາດ ໄທ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ທຸກຊ່ອງທາງ, ໃນນັ້ນມີສາຍລັດຖະສະພາ; ສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາອົງການນິຕິບັນຍັັດໃນການຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ; ແບ່ງປັນບົດຮຽນໃນການສ້າງ ແລະປັບປຸງລະບົບນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ໄທ ໃຫ້ຮູ້ວ່າ ຈະສົມທົບຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ໃນການຜັນຂະຫຍາຍສັນຍາຊ່ວຍເຫຼືອເຊິ່່ງກັນ ແລະກັນດ້ານຍຸຕິທຳໃນຂົງເຂດພົນລະເຮືອນທີ່ຫາກໍ່ໄດ້ລົງນາມລະຫວ່າງສອງປະເທດ ໃຫ້ມີປະສິດທິຜົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດຂອງສະມາຄົມລັດຖະສະພາມິດຕະພາບ ໄທ-ຫວຽດນາມ ແລະຫວຽດນາມ-ໄທ ກວ່າອີກ.
ເມື່ອແລກປ່ຽນກ່ຽວກັບສະພາບສາກົນ ແລະພາກພື້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ສະພາແຫ່ງຊາດໄທ ສືບຕໍ່ສະໜັບສະໜູນຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ, ບັນລຸໄດ້ COC ໂດຍໄວ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
ໂດຍ: ໄຊນີດາ