ຫວຽດນາມ - ນິວຊີແລນ ສູ້ຊົນນໍາວົງເງິນການຄ້າສອງສົ້ນ ບັນລຸ 2 ຕື້ໂດລາສະຫະລັດ
ກປ.ອອນໄລ - ຕອນບ່າຍວັນທີ 14, ທີ່ທໍານຽບປະທານປະເທດ, ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-17 ພະຈິກ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍ ໄດ້ດໍາເນີນການເຈລະຈາ.
    |
 |
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຕ໊ວນຮຸຍ. |
ທີ່ການພົບປະເຈລະຈາ, ການນໍາສອງທ່ານ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງມີປະສິດທິຜົນ ແລະແທດຈິງຂອງການພົວພັນສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງຖືວ່າ ສອງປະເທດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ການນໍາສອງທ່ານ ສະເໜີໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ເປີດຕະຫຼາດໃຫ້ຜະລິດຕະພັນກະເສດຂອງກັນ, ມຸ່ງໄປເຖິງຍົກວົງເງິນການຄ້າສອງສົ້ນຂຶ້ນລະດັບ 2 ຕື້ໂດລາສະຫະລັດ ໃນປີ 2024. ສອງຝ່າຍກໍ່ເຫັນດີເປັນເອກະພາບ ສົມທົບກັນຜັນຂະຫຍາຍບັນດາສັນຍາການຄ້າເສລີ ໃນພາກພື້ນ ເຊິ່ງ ສອງປະເທດລ້ວນແຕ່ເປັນສະມາຊິກໃຫ້ມີປະສິດທິຜົນ.
    |
 |
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ທີ່ການຕ້ອນຮັບ. ພາບ: ຕ໊ວນຮຸຍ. |
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ. |
ການນໍາສອງທ່ານ ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ຂົງເຂດຕ່າງໆ ຄື: ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການບິນ, ວັດທະນະທໍາ, ກິລາ, ແຮງງານ, ກະສິກໍາ-ປ່າໄມ້-ການຫາປາ; ເປີດກວ້າງການຮ່ວມມືໃນຂົງເຂດໃໝ່ ຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ການເຕີບໂຕສີຂຽວ...
ພາຍຫຼັງການພົບປະເຈລະຈາ, ການນໍາສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ ແລະແຈ້ງຕໍ່ສື່ມວນຊົນກ່ຽວກັບຜົນການພົບປະເຈລະຈາ.
* ໃນວັນດຽວກັນ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້, ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ.
    |
 |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ. ພາບ: ຕ໊ວນຮຸຍ. |
ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ໄດ້ແລກປ່ຽນກ່ຽວກັບເລື່ອງສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເອົາໃຈໃສ່ເຖິງການຮ່ວມມືລະຫວ່າງບັນດາກໍາມາທິການ, ກຸ່ມສະມາຊິກລັດຖະສະພາຂອງສອງປະເທດ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ ແລະບົດຮຽນກ່ຽວກັບການເຄື່ອນໄຫວຂອງລັດຖະສະພາ. ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ຄວນຊຸກຍູ້ການພົບປະແລກປ່ຽນວິຊາສະເພາະ, ກ້າວໄປເຖິງການລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.
ສ່ວນທ່ານນາງ Jacinda Ardern ຖືວ່າ, ສອງຝ່າຍ ຄວນເອົາໃຈໃສ່ຍູ້ແຮງການພົບປະແລກປ່ຽນປະຊາຊົນ ໄປຄຽງຄູ່ກັບຂົງເຂດຮ່ວມມືອື່ນໆ.
ໂດຍ: ທູຈາງ