ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການເຈລະຈາ, ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ, ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍຜ່ານບັນດາກົນໄກຂອງກອງປະຊຸມທິດສະດີລະຫວ່າງສອງພັກ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະວິທະຍາສາດ-ເຕັກໂນໂລຢີ...

ທ່ານ ຟ້າມມິງຈີ໊ງ ໄດ້ແຈ້ງໃຫ້ຊາບກ່ຽວກັບການຕົກລົງຂອງພັກ ແລະລັດຫວຽດນາມ ສະໜັບສະໜູນເຂົ້າສານ 5.000 ໂຕນໃຫ້ປະຊາຊົນກູບາ ເພື່ອປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມໃນໄລຍະມໍ່ໆມານີ້, ເຊິ່ງແມ່ນການສະແດງໃຫ້ເຫັນຈິດໃຈໜູນຊ່ວຍອ້າຍນ້ອງທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຫວຽດຈູງ.

ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນມາດຕະການແນໃສ່ເພີ່ມທະວີການຮ່ວມມືໃຫ້ແທດຈິງ ແລະມີປະສິດທິຜົນໃນຂົງເຂດການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ຕອບສະໜອງເປົ້າໝາຍຈຸດສຸມນຳການພົວພັນດ້ານເສດຖະກິດໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມ. ສອງຝ່າຍກໍ່ຕົກລົງກ່ຽວກັບການຮັກສາສະຖຽນລະພາບການພົວພັນດ້ານການຄ້າສອງຝ່າຍ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງຝ່າຍດຳເນີນທຸລະກິດ ແລະລົງທຶນຢ່າງສະດວກ.

ກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ; ແບ່ງປັນຫຼັກໝັ້ນສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະກົດບັດ ສປຊ. ຫວຽດນາມ ຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນສະເໝີຕົ້ນສະເໝີປາຍຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດຕ້ານກູບາ ດ້ານເສດຖະກິດ ແລະການເງິນຝ່າຍດຽວ.

ພາຍຫຼັງການພົບປະເຈລະຈາ, ທ່ານ ຟ້າມມິງຈີ໊ງ ຕາງໜ້າໃຫ້ການນຳພັກ ແລະລັດຫວຽດນາມ ປະດັບຫຼຽນໄຊໂຮ່ຈີມິນ ໃຫ້ທ່ານ Manuel Marrero Cruz.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ແລະທ່ານ Manuel Marrero Cruz ເປັນສັກຂີພິຍານພິທີລົງນາມໃນເອກະສານການຮ່ວມມືລະຫວ່າງສອງປະເທດ. ພາບ: ຫວຽດຈູງ.

ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານການຮ່ວມມືສອງຝ່າຍຈໍານວນ 3 ສະບັບ, ລວມມີ: ແຜນການດໍາເນີນງານໂຄງການດໍາເນີນງານເສດຖະກິດສອງຝ່າຍຫວຽດນາມ-ກູບາ ໄລຍະ 2023-2025; ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງກະສິກໍາສອງປະເທດກ່ຽວກັບການຮ່ວມມືດ້ານສະບຽງອາຫານການກະເສດ; ແຜນການດໍາເນີນງານກ່ຽວກັບການຮ່ວມມືດ້ານສາທາລະນະສຸກລະຫວ່າງກະຊວງສາທາລະນະສຸກສອງປະເທດ.

ໂດຍ: ເຈິ່ນຮວ່ຽນ