ທ່ານ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ Abe ຕໍ່ການພັດທະນາຂອງປະເທດຍີ່ປຸ່ນ, ເພື່ອຊີວິດອັນດີງາມ ແລະຄວາມຜາສຸກຂອງປະຊາຊົນຍີ່ປຸ່ນ; ທ່ານ ຢັ້ງຢືນວ່າ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ໄດ້ຮັບຄວາມຮັກແພງຈາກບັນດາເພື່ອນມິດສາກົນ ແລະຊາວຫວຽດນາມ ຫຼາຍຄົນ; ເຄົາລົບຮັກແພງ ແລະການປະກອບສ່ວນພິເສດຂອງອະດີດນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ໃນການພົວພັນຮ່ວມມື ຫວຽດນາມ-ຍີ່ປຸ່ນ.

leftcenterrightdel
ພັນລະຍາ Abe Shinzo ວາງພວງມາລາ, ໄວ້ອາໄລອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ໃນພິທີໄວ້ອາໄລລະດັບຊາດ ຢູ່ນະຄອນຫຼວງໂຕກຽວ, ວັນທີ 27 ກັນຍາ 2022.  ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Abe Akie ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ຫງວຽນຊວນຟຸກ ແລະການນຳຂັ້ນສູງຫວຽດນາມ ສຳລັບອາລົມຈິດ, ການຖືເປັນສໍາຄັນພິເສດທີ່ສະຫງວນໃຫ້ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ແລະຄອບຄົວ; ພ້ອມທັງໃຫ້ຮູ້ວ່າ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນການພັດທະນາສາຍພົວພັນ ຫວຽດນາມ-ຍີ່ປຸ່ນ ໃນໄລຍະຈະມາເຖິງ.

ຕອນບ່າຍວັນທີ 28 ກັນຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ Haneda, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ເດີນທາງກັບຄືນປະເທດ.

ໂດຍ: ເຈິ່ນຮວ່ຽນ