leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະກັບພະເຈົ້າຈັກກະພັດຍີ່ປຸ່ນ Naruhito. ພາບ: vov.vn.

ທີ່ການພົບປະ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ການພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ ໃນຫຼາຍຂົງເຂດ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບສະໜິດຕິດພັນ; ຖືວ່າ ສອງຝ່າຍມີການແບ່ງປັນ, ເຫັນອົກເຫັນໃຈ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນໄລຍະຫຍຸ້ງຍາກ, ເປັນຕົ້ນແມ່ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມເຄົາລົບ ແລະຂອບອົກຂອບໃຈຕໍ່ ຍີ່ປຸ່ນ ເຊິ່ງແມ່ນປະເທດທຳອິດທີ່ໄດ້ໜູນຊ່ວຍຫວຽດນາມ ດ້ວຍວັກຊິນ ແລະອຸປະກອນການແພດຫຼາຍຢ່າງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະໃນນາມສ່ວນຕົວທ່ານ ໄດ້ເຊື້ອເຊີນພະເຈົ້າຈັກກະພັດ ແລະພະມະເຫສີ ມາຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ ໃນປີ 2023, ທ່ານກໍ່ຢັ້ງຢືນວ່າ ນີ້ຈະແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ຕໍ່ການພົວພັນສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະພະເຈົ້າຈັກກະພັດຍີ່ປຸ່ນ Naruhito. ພາບ: vov.vn.

ສ່ວນພະເຈົ້າຈັກກະພັດຍີ່ປຸ່ນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງຂອງການພົວພັນຫວຽດນາມ ແລະຍີ່ປຸ່ນ ພາຍຫຼັງເກືອບ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ; ຢັ້ງຢືນວ່າ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບ ຫວຽດນາມ-ຍີ່ປຸ່ນ ແລະຈະສະໜັບສະໜູນ, ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາການພົວພັນສອງປະເທດ. ພະເຈົ້າຈັກກະພັດຍີ່ປຸ່ນ ຖືວ່າ ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ ຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ, ມີຄວາມໝາຍສໍາຄັນຕໍ່ການພັດທະນາສາຍພົວພັນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ