ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ ແລະລໍຄອຍຕ້ອນຮັບຄະນະຜູ້ແທນພ້ອມກັບນາຍົກລັດຖະມົນຕີເຢຍລະມັນ Olaf Scholz ມາຢ້ຽມຢາມຫວຽດນາມ ໃນເດືອນພະຈິກ, ຫວັງວ່າ ການຢ້ຽມຢາມຈະສ້າງກໍາລັງໜູນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກວ່າອີກ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ຕ້ອນຮັບທ່ານ Jochen Flasbarth ຮອງລັດຖະມົນຕີກະຊວງຮ່ວມມືດ້ານເສດຖະກິດ ແລະພັດທະນາເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Jochen Flasbarth ສະແດງຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະສັ້ນ ແລະໄລຍະຍາວ, ໃນນັ້ນປະຊາຊົນສ່ວນຫຼາຍລ້ວນແຕ່ໄດ້ຮັບຜົນປະໂຫຍດ; ຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີ ແລະຮັກສາການເຕີບໂຕເປັນບວກ. ທ່ານ Jochen Flasbarth ຢັ້ງຢືນວ່າ ເຢຍລະມັນ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ; ໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບຫວຽດນາມ ຫັນບັນດາຄໍາໝັ້ນສັນຍາທີ່ກອງປະຊຸມ ຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ປະກົດຜົນເປັນຈິງ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນວິວັດການຫັນປ່ຽນພະລັງງານສະອາດ.

ໂດຍ: ຈາງຫງວຽນ