ສປຊ ເປັນອົງການຈັດຕັ້ງຫຼາຍຝ່າຍທີ່ໃຫຍ່ສຸດໃນໂລກ ດ້ວຍພາລະກໍາແມ່ນຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ຊຸກຍູ້ການຮ່ວມມືມິດຕະພາບ ແລະພັດທະນາຂອງບັນດາປະເທດໃນໂລກ. ການຮ່ວມມືກັບ ສປຊ ຍາມໃດກໍຮັກສາທີ່ຕັ້ງສໍາຄັນໃນແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະລັດຫວຽດນາມ, ສ່ອງແສງເຈດຈໍານົງ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນຫວຽດນາມ ພ້ອມກັບປະຊາຊົນໃນໂລກ ສູ້ຊົນເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິ ປະໄຕ, ຮ່ວມມື ແລະພັດທະນາ.

ເດືອນມັງກອນ ປີ 1946, ປະທານ ໂຮ່ຈີມິນ ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ສົ່ງຈົດໝາຍເຖິງປະທານສະມັດຊາໃຫຍ່ ສປຊ ໂດຍສະແດງຄວາມມຸ່ງມາດປາດຖະໜາວ່າ ຫວຽດນາມ ຢາກເຂົ້າເປັນ ສະມາຊິກ ສປຊ. ຜ່ານການເວລາທາງປະຫວັດສາດ, ໃນວັນທີ 20 ກັນຍາ 1977, ຫວຽດນາມ ໄດ້ເຂົ້າເປັນສະມາຊິກທີ 149 ຂອງ ສປຊ ຢ່າງເປັນທາງການ, ນັບແຕ່ນັ້ນມາ, ຫວຽດນາມ ຍາມໃດກໍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີການປະກອບສ່ວນສໍາຄັນເຂົ້າໃນການປະຕິບັດບັນດາພາລະກໍາຂອງ ສປຊ.

leftcenterrightdel
ທີ່ວາລະໄຂກອງປະຊຸມສະໄໝທີ 32 ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ (ອາເມລິກາ) ໃນວັນທີ 20 ກັນຍາ 1977 ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງ ຫວຽດນາມ ເປັນສະມາຊິກຂອງ ສປຊ.  ພາບ: ສໍານັກຂ່າວສານຫວຽດນາມ.

ໃນພາລະກິດແຫ່ງການປ່ຽນແປງໃໝ່, ການຮ່ວມມືລະຫວ່າງຫວຽດນາມ ແລະສປຊ ພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ບັນດາໂຄງການຂອງ ສປຊ ໄດ້ປະກອບສ່ວນສໍາຄັນເຂົ້າໃນວິວັດການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ໂດຍສະເພາະແມ່ນພັດທະນາໂຄງລ່າງເສດຖະກິດ-ສັງຄົມ, ການສຶກສາ, ສາທາລະນະສຸກ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ, ແບ່ງປັນບົດຮຽນພັດທະນາໃນຫຼາຍຂົງເຂດ. ເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄປຄຽງຄູ່ກັບການນໍາໃຊ້ບັນດາແຫຼ່ງກໍາລັງຈາກພາຍນອກຢ່າງມີປະສິດທິຜົນ, ຫວຽດນາມ ບັນລຸໄດ້ຜົນງານພັດທະນາສໍາຄັນຫຼາຍຢ່າງ, ເຊ່ິງໄດ້ຮັບການຕີລາຄາສູງຈາກ ສປຊ ແລະປະຊາຄົມສາກົນ.

ໃນໄລຍະເວລາທີ່ປະສົບຄວາມຫຍຸ້ງຍາກທີ່ສຸດຈາກພະຍາດໂຄວິດ-19, ຫວຽດນາມ ໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງກ່ຽວກັບວັກຊິນ ແລະອຸປະກອນການແພດຈາກ ສປຊ, ໂດຍກົງແມ່ນຜ່ານອົງການອະນາໄມໂລກ (WHO) ແລະໂຄງການ COVAX, ປະກອບສ່ວນສໍາຄັນເຂົ້າໃນການຄວບຄຸມຢ່າງມີປະສິດທິຜົນ, ຮັບມືຢ່າງປອດໄພ, ກ້າວໄປເຖິງການຍູ້ຖອຍພະຍາດໂຄວິດ-19. ຜ່ານຮູບການຮ່ວມມືສາມຝ່າຍດ້ວຍການໜູນຊ່ວຍຂອງ ສປຊ, ຫວຽດນາມ ຕັ້ງໜ້າແບ່ງປັນຄວາມຮູ້, ບົດຮຽນທີ່ໄດ້ມາຈາກພາລະກິດປ່ຽນແປງໃໝ່ກັບບັນດາປະເທດກໍາລັງພັດທະນາ, ໂດຍສະເພາະແມ່ນບົດຮຽນກ່ຽວກັບການປ່ຽນແປງໃໝ່ເສດຖະກິດ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນາກະສິກໍາ, ສາທາລະນະສຸກ, ການສຶກສາ...

ຜ່ານສົງຄາມມາຫຼາຍປີ, ຫວຽດນາມ ເຄົາລົບຄຸນຄ່າຂອງສັນຕິພາບທີ່ສຸດ. ຄືດັ່ງ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ເຄີຍຕີລາຄາວ່າ, ຫວຽດນາມ ເປັນປັດໄຈສໍາຄັນເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ພວກເຮົາ ຍາມໃດກໍຢຶດໝັ້ນຕໍ່ການປະຕິບັດກົດໝາຍ ແລະບັນດາຫຼັກການພື້ນຖານຂອງກົດບັດ ສປຊ, ມານະພະຍາຍາມຊຸກຍູ້ການຊອກຫາມາດຕະການຍາວນານ, ຮອບດ້ານໃຫ້ແກ່ການປະທະກັນ. ຢູ່ ສປຊ, ພິເສດ ແມ່ນໃນອາຍຸການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ (2008-2009 ແລະ 2020-2021), ຫວຽດນາມ ໄດ້ສະເໜີຫຼາຍຂໍ້ລິເລີ່ມ, ມາດຕະການໃຫ້ແກ່ບັນດາບັນຫາທົ່ວໂລກ, ຄື: ຂໍ້ລິເລີ່ມວັນຕ້ານ ແລະສະກັດກັ້ນໂລກລະບາດສາກົນ (27-12), ສ້າງຕັ້ງກຸ່ມເພື່ອນມິດ ຂອງສົນທິສັນຍາວ່າດ້ວຍທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ປົກປ້ອງພື້ນຖານໂຄງລ່າງທີ່ຈໍາເປັນໃນການປະທະກັນ, ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ...

ໃນຂົງເຂດສິດທິມະນຸດ, ຫວຽດນາມ ເຊີດຊູການເຈລະຈາ ແລະການຮ່ວມມື, ຊຸກຍູ້ຈິດໃຈມະນຸດສະທໍາ, ເມດຕາກະລຸນາ, ຖືມະນຸດເປັນໃຈກາງຂອງການພັດທະນາ, ແບ່ງປັນຜົນງານ, ບົດຮຽນກ່ຽວກັບການປົກປ້ອງບັນດາສິດພື້ນຖານຂອງມະນຸດ, ຮັບປະກັນຄວາມສະເໝີພາບ ແລະຄວາມກ້າວໜ້າໃນສັງຄົມ. ພາຍຫຼັງອາຍຸການເປັນສະມາຊິກສະພາສິດທິມະນຸດ ສປຊ 2014-2016, ຫວຽດນາມ ກໍາລັງລົງສະໝັກເລືອກຕັ້ງເປັນສະມາຊິກອາຍຸການ 2023-2025 ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສິດທິມະນຸດໃນໂລກ.

leftcenterrightdel
ພິທີສົ່ງກອງຊ່າງແສງ ເລກ 1 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 4 ເດີນ ທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ, ເດືອນ ເມສາ ປີ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງ ແລະອະນາຄົດທີ່ດີງາມກວ່າຂອງມວນມະນຸດ

ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໃນ 45 ປີຜ່ານມາ ໄດ້ປະກອບສ່ວນສໍາຄັນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ຍາດແຍ່ງເອົາແຫຼ່ງກໍາລັງຈາກພາຍນອກໃຫ້ແກ່ການພັດທະນາປະເທດ, ຍົກສູງຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງສໍາຄັນຂອງ ສປຊ ໃນແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະລັດຫວຽດນາມ; ຕາມນັ້ນແລ້ວ, ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ, ສປຊ ແລະບັນດາຂອບເຂດ, ກົນໄກຮ່ວມມືສໍາຄັນທີ່ມີລັກສະນະຍຸດທະສາດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ແລະເງື່ອນໄຂຂອງປະເທດ.

ໂດຍປະຕິບັດຕາມແຜນນະໂຍບາຍອັນຖືກຕ້ອງນັ້ນ, ຫວຽດນາມ ສືບຕໍ່ຖືເປັນສໍາຄັນ ແລະເພີ່ມທະວີການຮ່ວມມືກັບ ສປຊ; ຢຶດໝັ້ນເອກະລາດ, ເປັນເຈົ້າຕົນເອງ, ຮັບປະກັນສູງສຸດຕໍ່ຜົນປະໂຫຍດຂອງປະເທດ-ຂອງຊາດ ບົນພື້ນຖານກົດບັດ ສປຊ ແລະບັນດາຫຼັກການພື້ນ ຖານຂອງກົດໝາຍສາກົນ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ມານະພະຍາຍາມເສີມຂະຫຍາຍບົດບາດຫຼັກແຫຼ່ງ, ນໍາພາ, ໄກ່ເກ່ຍໃນບັນດາບັນຫາສາກົນໃນເງື່ອນໄຂເອື້ອອຳນວຍ; ສືບຕໍ່ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນ, ໃນນັ້ນມີອາຊຽນ, ເພື່ອພ້ອມກັນຊອກຫາມາດຕະການອັນຍາວນານໃຫ້ແກ່ການແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງ ແລະພັດທະນາຢູ່ໃນໂລກ. ພວກເຮົາ ເປັນເຈົ້າການ, ຕັ້ງໜ້າປະຕິບັດເປັນຢ່າງດີຕໍ່ພາລະໜ້າທີ່ຢູ່ບັນດາອົງການຈັດຕັ້ງຂອງ ສປຊ ເຊິ່ງ ຫວຽດນາມ ໄດ້ດໍາລົງຕໍາແໜ່ງ, ພ້ອມກັນນັ້ນມີແຜນການ, ຂັ້ນຕອນກະກຽມໃຫ້ແກ່ການລົງສະໝັກເລືອກຕັ້ງເຂົ້າຫຼາຍຕໍາແໜ່ງສໍາຄັນຂອງ ສປຊ.

ສະພາບການໂລກ ຜັນແປຢ່າງໄວວາ, ສັບສົນ, ແຕ່ທ່າອ່ຽງໃຫຍ່ ແລະຄວາມມຸ່ງມາດປາດຖະໜາຢ່າງແທ້ຈິງຂອງບັນດາປະເທດ, ຊົນຊາດຍັງຄົງແມ່ນການຮັກສາສັນຕິພາບ, ເປີດກວ້າງການຮ່ວມມືພັດທະນາ. ດ້ວຍທິດນໍາທີ່ວ່າ “ເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບ”, ຫວຽດນາມ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການປັບປຸງບົດບາດໃຈກາງຂອງ ສປຊ ໃນລະບົບບໍລິຫານທົ່ວໂລກ, ພ້ອມກັນສູ້ຊົນເພື່ອສັນຕິພາບແບບຍືນຍົງ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຮ່ວມມືພັດທະນາ ແລະກ້າວໜ້າໃນສັງຄົມ.

ໂດຍ:ໄຊຊະນະ