ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນພວມຜັນແປຢ່າງສັບສົນ, ເສດຖະກິດທົ່ວໂລກສືບຕໍ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19, ບັນດາປະເທດອາຊຽນ ແລະຈີນ ຄວນເພີ່ມທະວີການຮ່ວມມືຮັບມືກັບບັນດາສິ່ງທ້າທາຍ, ພ້ອມກັນຊຸກຍູ້ການຟື້ນຟູແບບຍືນຍົງໄລຍະຫຼັງພະຍາດໂຄວິດ-19, ໃນນັ້ນນໍາໃຊ້ບັນດາກາລະໂອກາດຈາກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະສັນຍາການຄ້າເສລີອາຊຽນ-ຈີນ (ACFTA) ເປັນຢ່າງດີ: ຊຸກຍູ້ການຄ້າສອງຝ່າຍໃຫ້ພັດທະນາເທົ່າທຽມກັນ, ແລະຍືນຍົງ.

leftcenterrightdel
ທ່ານ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ດວ່ານກາ

ທ່ານ ຟ້າມບິ່ງມິງ ສະເໜີລັດຖະບານຈີນ ສ້າງເງື່ອນໄຂນໍາເຂົ້າສິນຄ້າ, ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງຫວຽດນາມ ກໍ່ຄືຂອງບັນດາປະເທດອາຊຽນ ທີ່ຂົນສົ່ງຜ່ານຫວຽດນາມ ໃຫ້ຫຼາຍກວ່າອີກ; ສົມທົບກັນຮັກສາຕ່ອງໂສ້ການສະໜອງ, ຕ່ອງໂສ້ການຜະລິດ ແລະການເຄື່ອນໄຫວຜ່ານດ່ານສຳລັບສິນຄ້າໃຫ້ສະດວກໃນທຸກກໍລະນີ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດປ່ຽນໃໝ່ປະດິດຄິດສ້າງ, ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ...

ໂດຍ: ຈາງຫງວຽນ