ຫວຽດນາມ - ເອຢິບ ຊຸກຍູ້ການຮ່ວມມືໃນຫຼາຍດ້ານ
ກປ.ອອນໄລ - ຕອນບ່າຍວັນທີ 9 ກັນຍາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ayman Aly Kamel Aly ຜູ້ຊ່ວຍ ລັດຖະມົນຕີການຕ່າງປະເທດເອຢິບ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດສອງປະເທດ.
ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນການຮ່ວມມືມິດຕະພາບ ທີ່ເປັນມູນເຊື້ອ, ປາດຖະໜາຢາກຍູ້ແຮງສາຍພົວພັນການຮ່ວມມືໃນຫຼາຍດ້ານກັບເອຢິບ ກວ່າອີກ. ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ປະກອບສ່ວນບັນລຸເປົ້າໝາຍຍົກວົງເງິນການຄ້າສອງສົ້ນ ໃຫ້ຂຶ້ນສູ່ລະດັບ 1 ຕື້ໂດລາສະຫະລັດ ແຕ່ລະປີໂດຍໄວຄືດັ່ງການນໍາຂັ້ນສູງສອງ ປະເທດໄດ້ວາງອອກ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທໍາ, ການສຶກສາ-ກໍ່ສ້າງ...
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Ayman Aly Kamel Aly ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດເອຢິບ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ສ່ວນທ່ານ Ayman Aly Kamel Aly ຢືນຢັນວ່າ ເອຢິບ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ເລິກເຊິ່ງກວ່າອີກ, ພ້ອມທັງເຫັນດີເປັນເອກະພາບ ຕໍ່ການກໍານົດທິດຊຸກຍູ້ການຮ່ວມມື ໂດຍຝ່າຍຫວຽດນາມ ສະເໜີ.
ໂດຍ: ທູຈາງ