leftcenterrightdel
ທ່ານ Hidehisa Otsuji ປະທານສະພາສູງຍີ່ປຸ່ນ ຄົນໃໝ່. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດທ່ານ Hidehisa Otsuji ໄດ້ຮັບການເລືອກຕັ້ງເປັນປະທານສະພາສູງຍີ່ປຸ່ນ, ທ່ານ​ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານ​ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ ດ້ວຍປະສົບການທີ່ອຸດົມສົມບູນໃນຫຼາຍຕຳແໜ່ງວຽກງານ, ທ່ານ Hidehisa Otsuji ຈະບັນລຸໄດ້ຜົນສຳເລັດເມື່ອດຳລົງຕຳແໜ່ງໃໝ່ ແລະສືບຕໍ່ມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ. ທ່ານ​ປະທານສະພາແຫ່ງຊາດຫວຽດນາມ ມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານສະພາສູງ Hidehisa Otsuji ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະໃນໂລກ.

ໃນໂອກາດນີ້, ທ່ານ​ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຊື້ອເຊີນທ່ານ Hidehisa Otsuji ນຳໜ້າຄະນະຜູ້ແທນສະພາສູງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ