leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະສະຫາຍ ອະນຸພາບ ຕຸນາລົມ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ພາບ: ຢຸຍລີງ

ທີ່ການຕ້ອນຮັບ, ສະຫາຍ ເວືອງດິ່ງເຫວ້ ຂອບໃຈການນຳນະຄອນຫຼວງວຽງຈັນ ທີ່ໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ຮ່ວມມື ແລະດຳເນີນທຸລະກິດຢູ່ລາວ; ພ້ອມທັງປາດຖະໜາວ່າ ສະຫາຍ ອະນຸພາບ ຕຸນາລົມ ແລະການນຳນະຄອນຫຼວງວຽງຈັນ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂກວ່າອີກ ເພື່ອໃຫ້ບັນດາໂຄງການຂອງວິສາຫະກິດຫວຽດນາມ ທີ່ພວມຜັນຂະຫຍາຍຢູ່ນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມການຕ້ອນຮັບ. ພາບ: ຢຸຍລີງ

ສ່ວນສະຫາຍ ອະນຸພາບ ຕຸນາລົມ ໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນແນໃສ່ປະກອບສ່ວນຮັດແໜ້ນກວ່າອີກສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ແລະປະກອບສ່ວນແທດຈິງເຂົ້າໃນການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022. ການປະຕິບັດງານຄັ້ງນີ້ ຂອງຄະນະເປັນການເລີ່ມຕົ້ນໃຫ້ແກ່ການພົວພັນຮ່ວມມືລະຫວ່າງສະພາປະຊາຊົນນະຄອນຫຼວງສອງປະເທດ. ສອງຝ່າຍຈະແລກປ່ຽນບົດຮຽນໃນການເຄື່ອນໄຫວ, ປະກອບສ່ວນປັບປຸງລະບົບອົງການທີ່ປະຊາຊົນເປັນຜູ້ເລືອກຕັ້ງ ຢູ່ທ້ອງຖິ່ນ.

ໂດຍ: ເຈິ່ນຮວ່ຽນ