ເຂົ້າຮ່ວມກອງປະຊຸມມີຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດຫວຽດນາມ ນໍາໂດຍສະຫາຍ ຫງວຽນຮວ່າບິ່ງ, ກຳມະການກົມການເມືອງ, ປະທານສານປະຊາຊົນສູງສຸດ; ຄະນະຜູ້ແທນສານປະຊາຊົນສູງສຸດລາວ ນຳໂດຍສະຫາຍນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ; ຄະນະຜູ້ແທນກຳປູເຈຍ ນຳໂດຍສະຫາຍ Chiv Keng ຮອງປະທານສານສູງສຸດກໍາປູເຈຍ.

ກ່າວປາໄສໄຂກອງປະຊຸມ, ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ ໃຫ້ຮູ້ວ່າ ໃນສະພາບທີ່ອາດຊະຍາກຳຂ້າມຊາດ ກ່ຽວຂ້ອງເຖິງການຄ້າຂາຍ, ຂົນສົ່ງຢາເສບຕິດ, ການຄ້າມະນຸດ, ຟອກເງິນ, ສະໜອງການເງິນໃຫ້ພວກກໍ່ການຮ້າຍ, ຄ້າຂາຍຜິດກົດໝາຍຂ້າມຊາຍແດນ..., ນຳໃຊ້ເສັ້ນທາງນ້ຳ, ທາງບົກ ແລະທາງອາກາດ ນັບມື້ນັບສັບສົນ ແລະແນບນຽນກວ່າຄືປະຈຸບັນ, ການຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນ ລາວ - ຫວຽດນາມ - ກຳປູເຈຍ ຄັ້ງນີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນ ຕໍ່ກັບບັນດາອົງການຕຸລາການຂອງ 3 ປະເທດໃນການແລກປ່ຽນ, ແບ່ງປັນບົດຮຽນ, ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເທົ່ານັ້ນ ຫາກຍັງປະກອບສ່ວນໜູນຊ່ວຍລາວ ໃນວຽກງານຜັນຂະຫຍາຍ 2 ໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະແກ້ໄຂບັນຫາຢາເສບຕິດ.

leftcenterrightdel
ການນຳສາມອົງການຕຸລາການ ຫວຽດນາມ - ລາວ - ກຳປູເຈຍ ແລະສະຫາຍຮອງນາຍົກ ລັດຖະມົນຕີລາວ ກິແກ້ວ ໄຂຄຳພິທູນ ທີ່ພິທີໄຂກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນບົດກ່າວຄຳເຫັນທີ່ເຫດການ, ສະຫາຍ ຫງວຽນຮວ່າບິ່ງ, ກຳມະການກົມການເມືອງ, ປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງ 3 ອົງການຕຸລາການຫວຽດນາມ, ລາວ ແລະກໍາປູເຈຍ ໃນໄລຍະຜ່ານມາ. ສະຫາຍຢັ້ງຢືນວ່າ ເຖິງວ່າບັນດາອົງການກ່ຽວຂ້ອງເວົ້າລວມ ແລະສານສາມປະເທດເວົ້າສະເພາະ ໄດ້ມານະພະຍາຍາມໃນການປ້ອງກັນ, ຕ້ານອາດຊະຍາກຳ ແລະແກ້ໄຂການຂັດແຍ້ງທາງແພ່ງຂ້າມຊາດກໍ່ຕາມ, ແຕ່ສະພາບການຍັງສັບສົນຢູ່, ຍ້ອນເຫດນັ້ນບັນດາອົງການຕຸລາການ 3 ປະເທດຕ້ອງເພີ່ມທະວີການພົວພັນຮ່ວມມືກວ່າອີກ.

ປະທານສານປະຊາຊົນສູງສຸດຫວຽດນາມ ກໍ່ສະແດງຄວາມເຊື່ອໝັ້ນວ່າ ຜ່ານບັນດາຫົວຂໍ້ທີ່ໄດ້ປຶກສາຫາລືຄັ້ງນີ້, ສານ 3 ປະເທດ ຈະຊອກໄດ້ບາງການກຳນົດທິດທີ່ເໝາະສົມ ແລະມາດຕະການທີ່ມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃນປີ 2022 ແລະຊຸມປີຕໍ່ໄປກວ່າອີກ.

ໂດຍ: ແສງເດືອນ