ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ປັດຈຸບັນ ຍີ່ປຸ່ນ ສືບຕໍ່ແມ່ນຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ, ເປັນປະເທດສະໜອງທຶນຊ່ວຍເຫຼືອ ODA ທີໜຶ່ງ, ນັກລົງທຶນໃຫຍ່ອັນດັບທີ 3 ແລະຄູ່ຮ່ວມມືການຄ້າທີ 4 ຂອງຫວຽດນາມ. ການຮ່ວມມືລະຫວ່າງຫວຽດນາມ ກັບແຂວງ Gunma, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະພົບປະແລກປ່ຽນປະຊາຊົນ... ສືບຕໍ່ພັດທະນາຢ່າງຕັ້ງໜ້າ. ທ່ານປະທານປະເທດ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ Yamamoto Ichita ໃນການຊຸກຍູ້ການພົວພັນກັບຫວຽດນາມ ໃນໄລຍະຜ່ານມາ; ໂດຍສະເພາະແມ່ນການຈັດຕັ້ງງານບຸນຫວຽດນາມ ທີ່ແຂວງ Gunma, ສົມທົບກັນຈັດຕັ້ງບຸນເຕັດຫວຽດນາມ ແລະໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ Gunma ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.     

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານ Yamamoto Ichita ຜູ້ວ່າການແຂວງ Gunma. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ທ່ານ Yamamoto Ichita ຈະສົ່ງເສີມວິສາຫະກິດຂອງແຂວງລົງທຶນເຂົ້າຫວຽດນາມ ໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດກະສິກໍາສີຂຽວເຕັກໂນໂລຢີສູງ, ອຸດສາຫະກໍາປະດິດສ້າງ, ອຸດສາຫະກໍາສໍາຮອງ, ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ...; ສືບຕໍ່ຊຸກຍູ້ການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ; ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ທ້ອງຖິ່ນ.

ສ່ວນທ່ານ Yamamoto Ichita ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງບັນດາຄະນະວິສາຫະກິດຂອງແຂວງ Gunma ຈະເດີນທາງມາຢ້ຽມຢາມ ແລະລົງທຶນຢູ່ຫວຽດນາມ ໃນຂົງເຂດດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກໍາປະດິດສ້າງ. ທ່ານ Yamamoto Ichita ໃຫ້ຮູ້ຕື່ມອີກວ່າຈະຍູ້ໄວກວ່າອີກກ່ຽວກັບການຮ່ວມມືດ້ານຊັບພະຍາກອນມະນຸດລະຫວ່າງສອງຝ່າຍ. ພ້ອມກັນນັ້ນ, ໃນການຢ້ຽມຢາມຄັ້ງນີ້, ຄະນະຈະໄປຢ້ຽມຢາມນະຄອນດ່ານັ້ງ ແລະຊອກຫາໂອກາດຮ່ວມມືລົງທຶນໃນຫຼາຍຂົງເຂດລະຫວ່າງສອງທ້ອງຖິ່ນ.

ໂດຍ: ໄຊຊະນະ