ຍູ້ແຮງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະເຊີອູນ (ສ.ເກົາຫຼີ)
ກປ.ອອນໄລ - ວັນທີ 4 ສິງຫາ, ທີ່ນະຄອນໂຮ່ຈີມິນ, ທ່ານ ຟານວັນມ໊າຍ ປະທານຄະນະກໍາມະການ ປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບ ແລະພົບປະເຈລະຈາກັບທ່ານ Oh Se-Hoon ເຈົ້າຄອງນະຄອນເຊີອູນ (ສ.ເກົາຫຼີ) ກ່ຽວກັບການຍູ້ແຮງການຮ່ວມມືລະຫວ່າງສອງທ້ອງຖິ່ນ.
ທີ່ການຕ້ອນຮັບ, ທ່ານ ຟານວັນມ໊າຍ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນຫວຽດນາມ-ສ.ເກົາຫຼີ, ນັບມື້ນັບພັັດທະນາຮອບດ້ານ, ເລິກເຊິ່ງ, ກວ້າງຂວາງໃນຂົງເຂດຕ່າງໆ; ພ້ອມທັງປາດຖະໜາຢາກໃຫ້ນະຄອນເຊີອູນ ສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດຄຸ້ມຄອງຕົວເມືອງ, ຄົມມະນາຄົມອັດສະລິຍະ, ບຳລຸງສ້າງພະນັກງານ, ເລີ່ມທຸລະກິດ ແລະປ່ຽນແປງໃໝ່ປະດິດສ້າງ.
    |
 |
ທ່ານ ຟານວັນມ໊າຍ ແລະທ່ານ Oh Se-Hoon. ພາບ: ຊວນຢູ. |
ສອງທ້ອງຖິ່ນກໍ່ຕ້ອງສົມທົບກັນ, ປຶກສາຫາລືນໍາເອົາຜະລິດຕະພັນ, ໂຄງການຮ່ວມມືການທ່ອງທ່ຽວ, ປະກອບສ່ວນເພີ່ມທະວີ ແລະໂຄສະນາການທ່ອງທ່ຽວ.
ປະຈຸບັນ, ສ.ເກົາຫຼີ ແມ່ນນັກລົງທຶນຢືນອັນດັບທີ 3 ຂອງນະຄອນໂຮ່ຈີມິນ ດ້ວຍ 1.900 ໂຄງການຍັງມີຜົນສັກສິດລວມຍອດເງິນລົງທຶນບັນລຸ 5,3 ຕື້ໂດລາສະຫະລັດ. ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນມິດຕະພາບ ແລະການຮ່ວມມືກັບ 7 ທ້ອງຖິ່ນຂອງ ສ.ເກົາຫຼີ, ໃນນັ້ນມີນະຄອນເຊີອູນ.
ທ່ານ Oh Se-Hoon ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນຂອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ແລະຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະເຊີອູນ. ທ່ານ Oh Se-Hoon ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຈະສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດເຊີອູນ ມາລົງທຶນຢູ່ນະຄອນໃນຂົງເຂດເຊິ່ງນະຄອນໂຮ່ຈີມິນ ມີຄວາມສົນໃຈ ແລະເຊີອູນ ມີທ່າແຮງ, ຄື: ການຄົມມະນາຄົມຕົວເມືອງ, ການທ່ອງທ່ຽວ, ຕົວເມືອງອັດສະລິຍະ...
ທ່ານ Oh Se-Hoon ກໍ່ສະແດງຄວາມປາດຖະໜາຢາກໃຫ້ນະຄອນໂຮ່ຈີມິນ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສ.ເກົາຫຼີ, ໃນນັ້ນມີບັນດາວິສາຫະກິດນະຄອນເຊີອູນ ມາລົງທຶນ, ດໍາເນີນທຸລະກິດແບບຍາວນານຢູ່ນະຄອນໂຮ່ຈີມິນ.
ໂດຍ: ໄຊນີດາ