ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບກູບາ ຢ່າງແຮງກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 4 ສິງຫາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Orlando Nicolas Hernandez Guillen ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ເຂົ້າຢ້ຽມຂ່ຳນັບທາງການທູດເນື່ອງໃນໂອກາດມາຮັບໜ້າທີ່ຢູ່ຫວຽດນາມ.