ສະຫາຍເລຂາທິການໃຫຍ່ Sitaram Yechury ຕີລາຄາສູງບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໃນຊຸມປີຜ່ານມາ, ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຢ່າງແທດຈິງກັບພັກກອມມູນິດຫວຽດນາມ ໃນຊຸມປີຕໍ່ໜ້າຜ່ານການແລກປ່ຽນຄະນະຜູ້ແທນ, ຂໍ້ມູນຂ່າວສານ ແລະແບ່ງປັນປະສົບການ, ນະໂຍບາຍ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາທາງອອນລາຍ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ຫວໍວັນເຖືອງ ສະແດງຄວາມຊົມເຊີຍທີ່ພັກ CPI-M ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 23 ສຳເລັດຜົນ ແລະສະຫາຍ Sitaram Yechury ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄືນໃໝ່, ພ້ອມທັງຢືນຢັນວ່າ ພັກກອມມູນິດຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາພັກກອມມູນິດ ແລະຝ່າຍຊ້າຍ, ໃນນັ້ນມີພັກ CPI-M. ສະຫາຍ ຫວໍວັນເຖືອງ ເຫັນດີເປັນເອກະສັນຊຸກຍູ້ການພົວພັນລະຫວ່າງສອງພັກ, ພ້ອມກັນນັ້ນ ກໍ່ສະເໜີບັນດາທິດທາງຮ່ວມມື, ຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນການກໍ່ສ້າງພັກ ແລະນະໂຍບາຍພັດທະນາເສດຖະກິດ-ສັງຄົມ; ສົ່ງເສີມບັນດາອົງການຈັດຕັ້ງປະຊາຊົນຂອງສອງພັກເພີ່ມທະວີການພົບປະແລກປ່ຽນ ແລະສົມທົບກັນເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນເດຍ.

ສະຫາຍເລຂາທິການໃຫຍ່ Sitaram Yechury ໄດ້ສະແດງຄວາມເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີຂອງພັກກອມມູນິດຫວຽດນາມ ແລະພ້ອມແລ້ວທີ່ຈະສົມທົບກັນຜັນຂະຫຍາຍບັນດາມາດຕະການລະອຽດໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ