ທີ່ການພົບປະ, ສອງຝ່າຍແລກປ່ຽນມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກວ່າອີກ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຮ່ວມມືຮອບດ້ານຜ່ານຊ່ອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະການພົບປະແລກປ່ຽນປະຊາຊົນ. ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນກັບພັກ FIDESZ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນ ແລະເພີ່ມທະວີການເຈລະຈາຂັ້ນສູງ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Viktor Orban ນາຍົກລັດຖະມົນຕີຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບເສດຖະກິດ, ການຄ້າ, ສອງຝ່າຍຕັດສິນໃຈຍົກວົງເງິນການຄ້າຂຶ້ນຕາມທິດດຸ່ນດ່ຽງ, ປອດໃສ, ຍືນຍົງ, ພ້ອມກັນແບ່ງປັນຈິດໃຈຖືວິສາຫະກິດ ແລະປະຊາຊົນເປັນໃຈກາງ, ສ້າງເງື່ອນໄຂເພື່ອໃຫ້ສິນຄ້າເຂົ້າເຖິງຕະຫຼາດຂອງກັນ, ສົ່ງເສີມວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມືດ້ານການລົງທຶນ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ. ເພີ່ມທະວີການຮ່ວມມືກັບທ້ອງຖິ່ນ, ການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ສະອາດ, ກວມລວມ, ກະສິກຳຄຸນນະພາບສູງ... ເຊິ່ງ ຮຸງກາຣີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ໃນສະພາບການທີ່ສັບສົນຄືໃນປະຈຸບັນ, ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ສອງປະເທດຄວນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນ, ຄື: ສະຫະປະຊາຊາດ, ກອງປະຊຸມສຸດຍອດອາຊີ-ເອີລົບ (ASEM)... ສອງຝ່າຍແບ່ງປັນຫຼັກໝັ້ນກ່ຽວກັບການແກ້ໄຂການປະທະກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ທ່ານ ເວືອງດິ່ງເຫວ້ ສະເໜີ ຮຸງກາຣີ ສະໜັບສະໜູນທັດສະນະຂອງ ຫວຽດນາມ ແລະອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ກໍ່ຄືບົດບາດໃຈກາງຂອງອາຊຽນ. ຫວຽດນາມ ສະໜັບສະໜູນ ຮຸງກາຣີ ແລະເປັນຂົວຕໍ່ລະຫວ່າງ ຮຸງກາຣີ ກັບ ອາຊຽນ, ຮຸງກາຣີ ໜູນຊ່ວຍຫວຽດນາມ ໃນການພົວພັນກັບ ອີຢູ...

ໂດຍ: ເຈິ່ນຮວ່ຽນ