ກ່າວຄຳເຫັນທີ່ການພົບປະ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງແຕ່ສະຫະພັນບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ເອີລົບ ໄດ້ຈັດຕັ້ງເວທີປາໄສວິສາຫະກິດ 12 ຄັ້ງ, ສະແດງໃຫ້ເຫັນການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະຊາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ ເອີລົບ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບມີສະມາຊິກຫຼາຍຄົນ, ຖັນແຖວວິສາຫະກິດ, ນັກທຸລະກິດ ກໍ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງດ້ວຍ 5,3 ລ້ານຄົນຢູ່ 130 ປະເທດ ແລະເຂດແຄ້ວນ, ຄື: “ການເຄື່ອນໄຫວຂອງວິສາຫະກິດຊາວຫວຽດນາມ ຢູ່ໂລກເວົ້າສະເພາະ, ຢູ່ເອີລົບ ເວົ້າສະເພາະບໍ່ພຽງແຕ່ປະກອບສ່ວນເຂົ້າໃນເສດຖະກິດຂອງປະເທດປະຈຳຖິ່ນເທົ່ານັ້ນ ຫາກຍັງເປັນຂົວຕໍ່ລະຫວ່າງເສດຖະກິດປະເທດຕ່າງໆກັບຫວຽດນາມ ແລະກໍ່ປະກອບໂດຍກົງ, ໂດຍທາງອ້ອມໃຫ້ເສດຖະກິດພາຍໃນປະເທດ. ປີ 2021 ແມ່ນປີທີ່ຂ້ຽວຂາດກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ອີງຕາມຕົວເລກສະຖິຕິຂອງ IMF ໄດ້ມີເງິນຕາຕ່າງປະເທດຝາກມາຫວຽດນາມ ປະມານ 18,1 ຕື້ໂດລາສະຫະລັດ, ໃນນັ້ນສ່ວນຫຼາຍແມ່ນລາຍຮັບຈາກວິສາຫະກິດຊາວຫວຽດນາມ ໃນທົ່ວໂລກສົ່ງມາໂດຍກົງ”.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ກໍ່ໃຫ້ຮູ້ວ່າ ປະຈຸບັນມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 17 ຄົນ ໄດ້ຮັບເລືອກຕັ້ງເປັນກໍາມະການຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະໃນຈໍານວນວິສາຫະກິດ, ນັກທຸລະກິດທີ່ເຄື່ອນໄຫວຢູ່ຕ່າງປະເທດນັ້ນ, ກໍ່ມີບາງຄົນດຳລົງຕຳແໜ່ງສູງຢູ່ປະເທດປະຈຳຖິ່ນ. ໃນໄລຍະຜ່ານມາ, ສະເພາະວິສາຫະກິດຫວຽດນາມ ຢູ່ເອີລົບ ໄດ້ສວມບົດບາດສຳຄັນ, ເປັນຂົວຕໍ່ໃນການແນະນຳ, ຈໍາໜ່າຍຜະລິດຕະພັນ  ແລະພັດທະນາຊ່ອງແຈກຢາຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ.

ໂດຍ: ເຈິ່ນຮວ່ຽນ