leftcenterrightdel
ທ່ານ ຫງວຽນຝູຈ້ອງ ແລະທ່ານນາງ Men Sam An. ພາບ: vov.vn

ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍສໍາຄັນຂອງປີມິດຕະພາບຫວຽດນາມ-ກໍາປູເຈຍ, ພິເສດແມ່ນສະເຫຼີມສະຫຼອງ 55 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ຂີດໝາຍໜ້າປະຫວັດສາດໃໝ່ໃນການພົວພັນສອງປະເທດ ແລະຫວ່າງແລ້ວນີ້ສອງຝ່າຍໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີ “ເສັ້ນທາງມຸ່ງເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ” ຂອງທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ ປະສົບຜົນສຳເລັດ. ທ່ານ ເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມໝາຍຂອງນໍ້າໃຈມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງພັກ, ປະຊາຊົນສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ Men Sam An. ພາບ: vov.vn

ທ່ານນາງ Men Sam An ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ  ແລະທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ໃຫຍ່ຫຼວງກວ່າອີກ. ພ້ອມທັງຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ກໍາປູເຈຍ ໃນພາລະກິດປົດປ່ອຍຊາດ, ກູ້ປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດກໍ່ສ້າງ ແລະພັດທະນາປະເທດ.

ໂດຍ: ດັ້ງເກື່ອງ