“ໃນໄລຍະຫຍຸ້ງຍາກຈຶ່ງຮູ້ເພື່ອນດີ, ປະສົບສິ່ງທ້າທາຍຈຶ່ງເຂົ້າໃຈກັນ”, ມື້ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ກຳປູເຈຍ ຫວນຄືນປະຫວັດສາດແຫ່ງການພົວພັນສາມັກຄີ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍລະຫວ່າງສອງປະເທດ, ສອງຊາດຫວຽດນາມ-ກຳປູເຈຍ ເພື່ອພາລະກິດປົດປ່ອຍຊາດ, ເພື່ອສິດໄດ້ມີຊີວິດໃນອິດສະຫຼະພາບ, ຄວາມຜາສຸກ ແລະສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

leftcenterrightdel
ປະທານໂຮ່ຈີມິນ ຕ້ອນຮັບສະເດັດເຈົ້າ Norodom Phurisara, ລັດຖະມົນຕີການຕ່າງປະເທດລາຊະອານາຈັກກຳປູເຈຍ ມາຢ້ຽມຢາມຫວຽດນາມ (10 ມັງກອນ 1968). ພາບ: ສຳນັກຂ່າວສານຫວຽດນາມ.

ເລື່ອງສ້າງຕັ້ງການພົວພັນທາງການທູດໃນວັນທີ 24 ມິຖຸນາ 1967 ຖືວ່າແມ່ນຫຼັກໝາຍສຳຄັນຂອງນ້ຳໃຈມິດຕະພາບສະໜິດຕິດພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະກຳປູເຈຍ, ຄືດັ່ງປະທານໂຮ່ຈີມິນ ເຄີຍຢັ້ງຢືນໃນໂທລະເລກທີ່ສົ່ງເຖິງປະມຸກລັດ Norodom Sihanouk “ແມ່ນປະກົດການອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງນ້ຳໃຈມິດຕະພາບສະໜິດແໜ້ນ ແລະສາມັກຄີສູ້ຮົບ”, “ແມ່ນເຫດການປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ແລະກຳປູເຈຍ, ແມ່ນປັດໄຈຕ້ັງໜ້າໃນການຮັກສາສັນຕິພາບຢູ່ອິນດູຈີນ ແລະອາຊີຕາເວັນອອກສ່ຽງໃຕ້”. ຈາກນີ້, ປະຊາຊົນສອງປະເທດ ສືບຕໍ່ຄຽງບ່າຄຽງໄຫຼ່ກັນເພື່ອຍາດໄດ້ໄຊຊະນະປະຫວັດສາດໃນລະດູບານໃໝ່ 1975 ກໍ່ຄືກູ້ເອົາປະຊາຊົນໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ສະກັດກັ້ນລະບອບດັບສູນເຊື້ອຊາດກັບຄືນ ແລະນຳເອົາການຟື້ນຕົວມາໃຫ້ປະເທດກຳປູເຈຍ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ການນຳ ແລະປະຊາຊົນສອງປະເທດໃນຊຸມປີຜ່ານມາໄດ້ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນຫວຽດນາມ-ກຳປູເຈຍ ໃຫ້ພັດທະນານັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

ສາມາດເຫັນໄດ້ວ່າ 55 ປີ ເຖິງວ່າບໍ່ດົນກໍ່ຕາມ, ແຕ່ເມື່ອທຽບໃສ່ກັບປະຫວັດສາດຂອງການພົວພັນລະຫວ່າງສອງຊາດຫວຽດນາມ-ກຳປູເຈຍ ແລ້ວ, ໄລຍະນີ້ແມ່ນພິເສດທີ່ສຸດເມື່ອປະຊາຊົນສອງປະເທດ ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຍາມໃດກໍ່ສະຫງວນໃຫ້ກັນ, ສະໜັບສະໜູນ, ຊ່ວຍເຫຼືອກັນດ້ວຍຄວາມບໍລິສຸດ, ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນກິດຈະການສ້າງສາ ແລະພັດທະນາຂອງແຕ່ລະປະເທດ. ແຕ່ລະໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ ກໍ່ແມ່ນກາລະໂອກາດເພື່ອໃຫ້ຄົນຮຸ່ນນີ້ໄດ້ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີ ແລະການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງການນຳ ແລະປະຊາຊົນສອງປະເທດຮຸ່ນຕ່າງໆ, ໂດຍສະເພາະແມ່ນບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ອະດີດທະຫານອາສາສະໝັກ, ອະດີດພະນັກງານ, ຊ່ຽວຊານຫວຽດນາມ ທີ່ໄດ້ສະຫຼະຊີວິດເລືອດເນື້ອຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດຫວຽດນາມ-ກຳປູເຈຍ. ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງການນຳ ແລະປະຊາຊົນກຳປູເຈຍ ຮຸ່ນຕ່າງໆທີ່ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ເນື່ອງໃນໂອກາດພິເສດນີ້, ໃນນາມເປັນປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງທີ່ສະໜິດຕິດພັນ, ຫວຽດນາມ ຂໍສະແດງຄວາມຊົມເຊີຍຕໍ່ໄຊຊະນະອັນໃຫຍ່ຫຼວງ ເຊິ່ງປະຊາຊົນກຳປູເຈຍ ຍາດມາໄດ້ໃນຊຸມປີຜ່ານມາ, ພ້ອມທັງເຊື່ອໝັ້ນຢ່າງແນ່ວແນ່ວ່າ ປະຊາຊົນກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກເພື່ອລາຊະອານາຈັກ ກຳປູເຈຍ ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະວັດທະນາຖາວອນ.

ຫວນຄືນໄລຍະທາງປະຫວັດສາດ 55 ປີຜ່ານມາ, ຍິ່ງມີຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈກ່ຽວກັບການພົວພັນສະໜິດຕິດພັນຫວຽດນາມ-ກຳປູເຈຍ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ກໍ່ຄືບັນດາຜົນງານເຊິ່ງປະຊາຊົນສອງປະເທດຍາດມາໄດ້, ພວກເຮົາ ຍິ່ງມີຄວາມເຊື່ອໝັ້ນກ່ຽວກັບອະນາຄົດອັນສົດໃສຂອງການພົວພັນອັນດີງາມລະຫວ່າງສອງປະເທດ ບ້ານໃກ້ເຮືອນຄຽງອ້າຍນ້ອງ. ສະພາບການໂລກ ແລະພາກພື້ນ ຍາມໃດກໍ່ມີການຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ, ວາງອອກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງໃຫ້ສອງປະເທດພວກເຮົາ. ແຕ່ວ່າ, ໃນເວລາກວ່າເຄິ່ງສັດຕະວັດ ດ້ວຍສິ່ງຈົດຈຳ ແລະເຫັນປະຈັກຕາ, ສອງປະເທດພວກເຮົາຈະພ້ອມກັນຮັດແໜ້ນ, ເຮັດໃຫ້ການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນລ້ຳຄ່າ, ສົມກັບເລືອດເນື້ອຂອງຄົນຮຸ່ນກ່ອນ, ພ້ອມທັງຕອບສະໜອງຄວາມມຸ່ງມາດປາດຖະໜາ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດຂອງພວກເຮົາ. ຫວຽດນາມ-ກຳປູເຈຍ ຍາມໃດກໍ່ຈະປຽບເໝືອນກະແສນ້ຳຂອງແມ່ນ້ຳຂອງ ໄຫຼເຊື່ອມຈອດສອງປະເທດ, ແມ່ນຊັບສົມບັດອັນລ້ຳຄ່າ, ສັກກະລະບູຊາ ແລະຍືນຍົງຂອງສອງຊາດພວກເຮົາ.

ໂດຍ: ແສງເດືອນ