ໂດຍແມ່ນໜຶ່ງໃນນັກບັນລະຍາຍ 3 ຄົນຕົ້ນຕໍທີ່ພິທີໄຂ, ທ່ານນາງ ຫວໍທິແອ໊ງຊວັນ ຮອງປະທານປະເທດຫວຽດນາມ ຢັ້ງຢືນວ່າ ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະລຸລ່ວງຂອງລັດຫວຽດນາມ ແມ່ນຊຸກຍູ້ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ຕາມແຕ່ລະໄລຍະພັດທະນາປະເທດຊາດ.

ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍລາຍການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ໃນນັ້ນມີຫຼາຍນະໂຍບາຍບຸລິມະສິດ, ໜູນຊ່ວຍແມ່ຍິງ ແລະເດັກນ້ອຍຍິງ; ພ້ອມທັງຕັ້ງໜ້າປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອສ້າງຄວາມສະດວກກວ່າອີກໃຫ້ແມ່ຍິງໃນຂົງເຂດເສດຖະກິດ, ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ, ສົ່ງເສີມການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດສ້າງມູນຄ່າເພີ່ມສູງ ຄື ວິທະຍາສາດ-ເຕັກໂນໂລຢີ, ເຕັກນິກ, ກະສິກໍາທີ່ມີຄຸນນະພາບສູງ.

leftcenterrightdel
ທ່ານນາງ ຫວໍທິແອ໊ງຊວັນ ຮອງປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ທ່ານນາງ ຫວໍທິແອ໊ງຊວັນ ໄດ້ມີການພົບປະກັບທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ; ຕ້ອນຮັບທ່ານ Sanan Angubolkul ປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ ແລະການນໍາບັນດາກຸ່ມບໍລິສັດ AMATA, Siam Piwat, Central.

ໂດຍ: ຈາງຫງວຽນ