ປະທານປະເທດຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດໂມຊຳບິກ
ກປ.ອອນໄລ - ຕອນເຊົ້າວັນທີ 22 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Esperanca Laurinda Francisco Nhiuane Bias ປະທານສະພາແຫ່ງຊາດໂມຊໍາບິກ ທີ່ກໍາລັງຢ້ຽມຢາມຫວຽດນາມ ຢ່າງເປັນທາງການຕາມຄໍາເຊີນຂອງທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.
ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຖືເປັນສໍາຄັນການຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະຖືໂມຊຳບິກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຈຸດສຸມຂອງຫວຽດນາມ ຢູ່ອາຟະລິກາ. ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການເຄື່ອນໄຫວສະພາຄວາມໝັ້ນຄົງ ສປຊ ກັບໂມຊໍາບິກ; ຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ສືບຕໍ່ຕັ້ງໜ້າສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
    |
 |
ທ່ານ ຫງວຽນຊວນຟຸກ ແລະທ່ານນາງ Esperanca Laurinda Francisco Nhiuane Bias. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານປະທານປະເທດສະເໜີສອງຝ່າຍສ້າງເງື່ອນໄຂຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ຂອບຂະໜາດຕະຫຼາດແຕ່ລະຝ່າຍ, ໜູນຊ່ວຍບັນດາວິສາຫະກິດເພີ່ມທະວີການເຊື່ອມຈອດ. ທ່ານປະທານປະເທດຕີລາຄາສູງຜົນສໍາເລັດຂອງໂຄງການຮ່ວມມືຄົ້ນຄວ້າພັດທະນາຕົ້ນສະບຽງອາຫານຢູ່ Zambezia ໄລຍະ 1; ຖືວ່າສອງຝ່າຍຕ້ອງຕັ້ງໜ້າຊອກຫາມາດຕະການເພື່ອຜັນຂະຫຍາຍໄລຍະ 2 ຂອງໂຄງການໂດຍໄວ. ດ້ວຍຄວາມສາມາດສົ່ງອອກສະບຽງອາຫານໃຫຍ່, ພິເສດແມ່ນເຂົ້າສານ, ຫວຽດນາມ ຈະໜູນຊ່ວຍໂມຊໍາບິກ ກ່ຽວກັບບັນຫາຮັບປະກັນຄວາມໝັ້ນຄົງດ້ານສະບຽບອາຫານ, ພ້ອມທັງກຽມພ້ອມເພີ່ມທະວີການຮ່ວມມືດ້ານການແພດ, ການສຶກສາໃນບັນດາຂະແໜງທີ່ໂມຊໍາບິກ ມີຄວາມຕ້ອງການສູງ; ເປີດກວ້າງການຮ່ວມມືດ້ານວັດທະນະທໍາ, ກິລາ, ສັບປະດາວັດທະນະທໍາຫວຽດນາມ ຢູ່ໂມຊໍາບິກ ແລະສັບປະດາວັດທະນະທຳໂມຊໍາບິກຢູ່ ຫວຽດນາມ, ວັນວັດທະນະທໍາຢູ່ບັນດານະຄອນໃຫຍ່ ແລະຈັດຕັ້ງບັນດາເຫດການວັດທະນະທໍາ.
ໂດຍ: ໄຊນີດາ