ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ (21-6), ວັນທີ 20 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນ ໄດ້ມີການພົບປະສັງສັນກັບບັນດາອົງການສື່ມວນຊົນຫວຽດນາມ. ທ່ານ ຫງວຽນຊວນຟຸກ ປະທານປະເທດ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການພົບປະສັງສັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ  ໄດ້ຍ້ອງຍໍຊົມເຊີຍກຳລັງນັກຂ່າວທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍ, ເຄື່ອນໄຫວທັງກາງເວັນ ແລະກາງຄືນຢູ່ແນວໜ້າຕ້ານພະຍາດໂຄວິດ-19. ສື່ມວນຊົນ ໄດ້ປະກົດອອກແບບຢ່າງທີ່ດີເດັ່ນໃນການຕ້ານພະຍາດໂຄວິດ-19 ຢ່າງທັນການ, ປະກອບສ່ວນແຜ່ຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີຕ້ານພະຍາດໂຄວິດ-19, ຢັ້ງຢືນມູນເຊື້ອ, ສິນທຳຮັກແພງມະນຸດດ້ວຍກັນຂອງຊາດ.

ມາຮອດປະຈຸບັນ, ບັນດາຄໍາຕັກເຕືອນຂອງປະທານໂຮ່ຈີມິນ ຕໍ່ຖັນແຖວນັກຂ່າວປະຕິວັດຫວຽດນາມ ຍັງຄົງຮັກສາຄຸນຄ່າເດີມ, ທ່ານ ຫງວຽນຊວນຟຸກ ສະເໜີກໍາລັງນັກຂ່າວໃນທົ່ວປະເທດສືບຕໍ່ສ່ອງແສງການຜັນແປໃນຊີວິດການເມືອງ, ເສດຖະກິດ, ສັງຄົມຢ່າງຈະແຈ້ງ, ຊັດເຈນ, ທັນການ.

ໃນຖານະຕຳແໜ່ງເປັນຫົວໜ້າຄະນະຊີ້ນໍາສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ຮອດປີ 2030, ກໍານົດທິດຮອດປີ 2045”, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ບັນດາອົງການສື່ມວນຊົນສ້າງຄໍລຳ, ຫົວຂໍ້ສະເພາະເພື່ອໃຫ້ນັກຂ່າວ, ຜູ້ຮ່ວມງານ ແລະມະຫາຊົນຕັ້ງໜ້າເຂົ້າຮ່ວມ, ປະກອບຄຳເຫັນ.

ໂດຍ: ເຈິ່ນຮວ່ຽນ