ຕອນເຊົ້າວັນທີ 16 ພຶດສະພາ, ພິທີຕ້ອນຮັບທ່ານນາງ ປະທານາທິບໍດີເກຼັກ Katerina Sakellaropoulou ໄດ້ດໍາເນີນຢ່າງສົມກຽດ ທີ່ທໍານຽບປະທານປະເທດ. ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ແລະທ່ານນາງ Katerina Sakellaropoulou ໄດ້ດໍາເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບັນດາມາດຕະການ ເພື່ອໃນໃສ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ແລະເຫັນດີນໍາກັນເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ. ການນໍາສອງທ່ານ ກໍ່ເຫັນດີເປັນເອກະສັນຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆ ຄື: ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາກໍ່ສ້າງ, ກິລາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານນາງ Katerina Sakellaropoulou ປະທານາທິບໍດີເກຼັກ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ຄື: ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ...

ສ່ວນທ່ານນາງ Katerina Sakellaropoulou ຢັ້ງຢືນວ່າ,  ເກຼັກ ສະໜັບສະໜູນຫວຽດນາມ ເພີ່ມທະວີສາຍພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານກັບອີຢູ ໃຫ້ຫຼາຍກວ່າອີກ, ຂຸດຄົ້ນຄວາມສາມາດບ່ົມຊ້ອນອັນໃຫຍ່ຫຼວງຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ-ອີຢູ (EVFTA) ໃຫ້ມີຜົນສັກສິດ, ປະກອບສ່ວນຊຸກຍູ້ການຄ້າລະຫວ່າງຫວຽດນາມ- ເກຼັກ ໃຫ້ເຕີບໂຕຢ່າງແຮງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານນາງ Katerina Sakellaropoulou ປະທານາທິບໍດີເກຼັກ ທີ່ການຕ້ອນຮັບ. ພາບ: qdnd.vn.

ການນໍາສອງທ່ານ ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລຢູ່ພາກພື້ນຕ່າງໆ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທູຈາງ