ການດຶງດູດຜູ້ມີພູມປັນຍາຢູ່ຕ່າງປະເທດເຂົ້າໃນຂົງເຂດພາກລັດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ

ທີ່ການພົບປະ, ຜູ້ຕາງໜ້ານັກປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ນິວຢອກ ໄດ້ລາຍງານຕໍ່ທ່ານ ຟ້າມມິງຈິ໊ງ ກ່ຽວກັບສະພາບການດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນ; ການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້. ບັນດາຜູ້ແທນ ໃຫ້ຮູ້ວ່າ ປະຊາຄົມຊາວຫວຽດນາມ ຢູ່ນິວຢອກ ຍາມໃດກໍ່ປະຕິບັດໜ້າທີ່ຂອງພົນລະເມືອງໄດ້ເປັນຢ່າງດີ; ຍາມໃດກໍ່ອວ່າຍໜ້າໄປຫາປະເທດຊາດ ແລະເຊື່ອໝັ້ນວ່າປະເທດຈະສືບຕໍ່ພັດທະນາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ການພົບປະກັບຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ນິວຢອກ. ພາບ: qdnd.vn.

ທ່ານ ຟ້າມມິງຈິ໊ງ ໄດ້ຕອບຄຳຖາມຂອງບັນດາຜູ້ແທນກ່ຽວກັບບັນຫາຄວາມເອົາໃຈໃສ່. ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ການດຶງດູດຜູ້ມີພູມປັນຍາຢູ່ຕ່າງປະເທດເຂົ້າໃນຂົງເຂດພາກລັດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ. ຕາມນັ້ນແລ້ວ, ສ້າງເງື່ອນໄຂ ແລະຮັບປະກັນຜົນປະໂຫຍດທັງດ້ານວັດຖຸ ແລະຈິດໃຈໃຫ້ຜູ້ທີ່ເຮັດວຽກໃນຂົງເຂດພາກລັດເໝາະສົມກັບເງື່ອນໄຂຂອງປະເທດ.

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງຂອງປະຊາຊົນບັນດາເຜົ່າຫວຽດນາມ; ຍາມໃດກໍ່ສ້າງເງື່ອນໄຂປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຮັດໃຫ້ພໍ່ແມ່ປະຊາຊົນມີຖານະໝັ້ນຄົງດ້ານກົດໝາຍ, ມີສະຖຽນລະພາບຢູ່ປະເທດປະຈຳຖິ່ນ ແລະປະກອບສ່ວນຕັ້ງໜ້າເຂົ້າໃນກິດຈະການສ້າງສາປະເທດຊາດ.

leftcenterrightdel
ບັນດາຊາວໜຸ່ມ, ນັກສຶກສາມີຄວາມກະຕືລືລົ້ນຕໍ່ການແບ່ງປັນຢ່າງເລິກເຊິ່ງຂອງທ່ານ ຟ້າມມິງຈິ໊ງ. ພາບ: qdnd.vn.

ສິ້ນສຸດການເຈລະຈາ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມປາດຖະໜາວ່າ ດ້ວຍຊີວິດ, ວຽກເຮັດງານທຳ, ຊາວຫວຽດນາມອາໄສຢູ່ອາເມລິກາ ແຕ່ລະຄົນຈະສືບຕໍ່ຢັ້ງຢືນຄຸນຄ່າຂອງຊາວຫວຽດນາມຢູ່ອາເມລິກາ; ໂຄສະນາຮູບພາບປະເທດ, ຊາວຫວຽດນາມ ແລະສີສັນວັດທະນະທຳຫວຽດນາມ; ສືບຕໍ່ປະກອບສ່ວນໃຫ້ຄອບຄົວ, ໃຫ້ປະເທດຊາດ; ເປັນຂົວຕໍ່, ເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ-ອາເມລິກາ ບົນຫຼັກການເຄົາລົບ, ຍຸຕິທຳ, ເພື່ອເປົ້າໝາຍສັນຕິພາບ, ຮ່ວມມື ແລະພັດທະນາ.

ຕ້ອງຮັບຮູ້ແຈ້ງກ່ຽວກັບບົດບາດຂອງສະຫະປະຊາຊາດ ແລະບົດບາດຂອງຫວຽດນາມ ກັບສະຫະປະຊາຊາດ

ຕອນເຊົ້າວັນທີ 16 ພຶດສະພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດຢູ່ນະຄອນນິວຢອກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ພະນັກງານ, ພາລະກອນບັນດາອົງການຜູ້ຕາງໜ້າຫວຽດນາມ ຕ້ອງກໍາແໜ້ນ ແລະຫັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງໃຫ້ລະອຽດ, ເພື່ອສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ; ຢັ້ງຢືນຄຸນນະທາດ, ກຳລັງຄວາມສາມາດ, ພູມປັນຍາຫວຽດນາມໃນການແກ້ໄຂບັນຫາສອງຝ່າຍ ແລະຫຼາຍຝ່າຍຢ່າງບໍ່ຢຸດຢັ້ງ, ດ້ວຍທິດນຳວ່າ “ຈິງໃຈ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ”.

ທ່ານ ຟ້າມມິງຈິ໊ງ ກໍ່ຕັກເຕືອນກ່ຽວກັບເລື່ອງເພີ່ມທະວີການຄົ້ນຄວ້າຍຸດທະສາດ, ເອົາໃຈໃສ່ເຖິງການຄັດເລືອກພະນັກງານມາຮັບຜິດຊອບວຽກງານນີ້; ສະເໜີຂໍ້ລິເລີ່ມຕໍ່ການນຳຂອງພັກ ແລະລັດ, ເປັນຕົ້ນແມ່ນເມື່ອສະພາບການມີການຜັນແປໃໝ່.

ຫວຽດນາມ ເປັນສະຖານທີ່ຂອງການບໍລິການທີ່ມີມູນຄ່າເພີ່ມຫຼາຍຢ່າງ

ຕອນເຊົ້າວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນິວຢອກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນລົງທຶນ Kolhberg Kravis Robert (KKR), ປະທານກຸ່ມບໍລິສັດ VISA ແລະ CEO ການເງິນຂອງອາເມລິກາ ຈຳນວນໜຶ່ງ, ຄື:  Citigroup, Standard & Poor's (S&P)...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Joseph Bae ຜູ້ອຳນວຍການໃຫຍ່ກອງທຶນລົງທຶນ KKR. ພາບ: qdnd.vn.

ທີ່ການພົບປະຄັ້ງຕ່າງໆ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ການນຳບັນດາວິສາຫະກິດແລກປ່ຽນກ່ຽວກັບບັນດາບົດຮຽນການເຄື່ອນໄຫວ, ປະກອບຄຳເຫັນ, ສະເໜີກັບຝ່າຍຫວຽດນາມ; ສະເໜີ KKR ເພີ່ມທະວີການມີໜ້າ ແລະການລົງທຶນຢູ່ຫວຽດນາມ. ທ່ານ Joseph Bae ຜູ້ອຳນວຍການໃຫຍ່ KKR ໃຫ້ຮູ້ວ່າ ກອງທຶນ ປາດຖະໜາຢາກ ເປີດກວ້າງການລົງທຶນໃນຂົງເຂດອະສັງຫາລິມະຊັບ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ເຕັກໂນໂລຢີ… ຢູ່ຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວລົງທຶນຂອງພາກເອກະຊົນຢູ່ຫວຽດນາມ, ຊົມເຊີຍ KKR ມີແຜນການເປີດກວ້າງການລົງທຶນຢູ່ຫວຽດນາມ, ຕີລາຄາວ່າ ຈຸດສຸມການລົງທຶນຂອງ KKR ກໍ່ແມ່ນບຸລິມະສິດຂອງຫວຽດນາມ, ສະເໜີ KKR ເພີ່ມທະວີການມີໜ້າຂອງສຳນັກງານຢູ່ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ, ດ້ວຍລະບຽບການງ່າຍດາຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Joseph Bae ຜູ້ອຳນວຍການໃຫຍ່ກອງທຶນລົງທຶນ KKR. ພາບ: qdnd.vn.

ການນໍາກຸ່ມບໍລິສັດ VISA ໃຫ້ຮູ້ວ່າ ປະຈຸບັນ VISA ປາດຖະໜາວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານຫວຽດນາມ ເພື່ອໜູນຊ່ວຍບັນດາເປົ້າໝາຍການເຕີບໂຕ ແລະປ່ຽນແປງໃໝ່ໃນຂົງເຂດການເງິນ, ພ້ອມທັງເປີດກວ້າງການຊຳລະໂດຍບໍ່ໃຊ້ເງິນສົດ...

ທ່ານ ຟ້າມມິງຈິ໊ງ ຊົມເຊີຍ ແລະສະໜັບສະໜູນແຜນການຮ່ວມມືຂອງ VISA ກັບລັດຖະບານຫວຽດນາມ ໃນການປ່ຽນແປງໃໝ່ຂົງເຂດການເງິນ ແລະເປີດກວ້າງຄວາມສາມາດການເຂົ້າເຖິງການຊຳລະໂດຍບໍ່ໃຊ້ເງິນສົດ. ທ່ານ ຟ້າມມິງຈິ໊ງ ກໍ່ແລກປ່ຽນກັບການນຳ Citigroup ກ່ຽວກັບຄວາມສາມາດຍູ້ແຮງການຮ່ວມມືດ້ານການຊຳລະໂດຍບໍ່ໃຊ້ເງິນສົດ, ການພັດທະນາຕະຫຼາດທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ...

ໂດຍ: ເຈິ່ນຮວ່ຽນ