ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ໃຫ້ຂໍ້ສັງເກດວ່າ, ຄືໃນປະຈຸບັນ, ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະແມ່ນຮຽກຮ້ອງໃຫ້ເຂົ້າໃຈເຊິ່ງກັນ ແລະກັນ, ບໍ່ພຽງແຕ່ດ້ານແນວຄິດຈິດໃຈ, ອາລົມຈິດເທົ່ານັ້ນ ຫາກຍັງນັບທັງພາສາອີກດ້ວຍ.

leftcenterrightdel
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ຢ້ຽມຢາມຫ້ອງສອນພາສາຫວຽດ-ຊຸດທີ 1 ຂອງຫ້ອງວ່າການສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນດຶກຫາຍ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ຫຼາຍອົງການຂອງສະພາແຫ່ງຊາດສອງປະເທດເພີ່ມທະວີການຮ່ວມມືຄືແລກປ່ຽນເອກະສານ, ບົດຮຽນວິຊາສະເພາະຢ່າງເປັນປະຈໍາດ້ວຍພາສາອັງກິດ, ແຕ່ກໍ່ມີຫຼາຍບັນຫາທີ່ພາສາອັງກິດບໍ່ສາມາດແກ້ໄຂໄດ້. ສະນັ້ນ, ຫວຽດນາມ ຕີລາຄາສູງຕໍ່ຂໍ້ລິເລີ່ມເປີດຫ້ອງສອນພາສາຫວຽດ ໃຫ້ພະນັກງານຫ້ອງວ່າການສະພາແຫ່ງຊາດລາວ ແລະຖືນີ້ແມ່ນໜຶ່ງໃນບັນດາໂຄງການຮ່ວມມືທີ່ຈໍາເປັນລະຫວ່າງສະພາແຫ່ງຊາດສອງປະເທດ. ພ້ອມກັນນັ້ນ, ຝ່າຍລາວ ກໍ່ສະເໜີໃຫ້ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ພິຈາລະນາ, ຄົ້ນຄວ້າເປີດຫ້ອງສອນພາສາລາວ ໃຫ້ພະນັກງານ, ພາລະກອນຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານ ຫງວຽນດຶກຫາຍ ເຊື່ອໝັ້ນວ່າດ້ວຍເງື່ອນໄຂທີ່ສະດວກ, ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດລາວ ຈະເສີມຂະຫຍາຍຄວາມສາມາດໃນການຮຽນພາສາຫວຽດ ໃຫ້ເປັນຢ່າງດີ, ບັນລຸປະສິດທິຜົນສູງ; ພ້ອມທັງປາດຖະໜາວ່າພາຍຫຼັງຈົບຊຸດຮຽນໄລຍະສັ້ນຈະໄດ້ຕ້ອນຮັບພະນັກງານ, ພາລະກອນຂອງຫ້ອງວ່າການສະພາແຫ່ງຊາດລາວ ມາຮຽນຢູ່ຫວຽດນາມ.

ຊຸດຮຽນພາສາຫວຽດ ໃຫ້ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດລາວ ຈະໄດ້ບໍາລຸງສ້າງຕາມໄລຍະ 3 ເດືອນ, 6 ເດືອນ ແລະ 1 ປີ. ເນື້ອໃນການຮຽນພາສາຫວຽດ ເບື້ອງຕົ້ນຄື ຟັງ, ເວົ້າ, ອ່ານ, ຂຽນ, ວິທີອອກສຽງ, ສົນທະນາ, ກໍລະນີພົບປະສື່ສານ... ພາຍຫຼັງຈົບຊຸດຮຽນ, ບັນດານັກສໍາມະນາກອນຈະໄດ້ຮັບໃບຢ້ັງຢືນໂດຍສະຖານທູດຫວຽດນາມ ປະຈໍາ ລາວ ອອກໃຫ້.

ໂດຍ: ໄຊນີດາ