ທ່ານ ເວືອງດິ່ງເຫ້ວ ແລະທ່ານ ທອງລຸນ ສີສຸລິດ ຕີລາຄາສູງການພັດທະນາອັນດີງາມ, ໝັ້ນຄົງເຂັ້ມແຂງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນຊຸມປີຜ່ານມາ, ໃນນັ້ນມີການປະກອບສ່ວນສໍາຄັນຍິ່ງຂອງສະພາແຫ່ງຊາດສອງປະເທດ; ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນເສີມຂະຫຍາຍມູນເຊື້ອຮ່ວມມືສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ; ພ້ອມກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດ; ມານະພະຍາຍາມເພີ່ມທະວີ ແລະຍົກສູງປະສິດທິຜົນການຮ່ວມມືສອງຝ່າຍໃນທຸກຂົງເຂດກວ່າອີກ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ; ພ້ອມກັນຊຸກຍູ້, ຊອກຫາວິທີແກ້ໄຂຂໍ້ຕິດຂັດຂອງບັນດາໂຄງການຮ່ວມມືສໍາຄັນຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ໃນປີ 2022 ໃຫ້ເປັນຢ່າງດີ, ປະກອບສ່ວນຍູ້ແຮງການໂຄສະນາ, ສຶກສາອົບຮົມໃນໝູ່ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນຮຸ່ນໜຸ່ມສອງປະເທດ ກ່ຽວກັບປະຫວັດສາດ ແລະມູນເຊື້ອການພົວພັນແບບພິເສດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ທອງລຸນ ສີສຸລິດ ປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ສືບຕໍ່ສົມທົບກັນຕິດຕາມກວດກາເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນ; ເພີ່ມທະວີການແບ່ງປັນບົດຮຽນ, ເປັນຕົ້ນແມ່ນສ້າງ, ປັບປຸງລະບອບລະບຽບການ, ລະບົບກົດໝາຍ ແລະຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການລັດ; ຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະສາກົນ; ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາສາກົນ ແລະພາກພື້ນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ