ຕາມແຈ້ງການຂອງກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ: ທ່ານ Tan Chuan-Jin ປະທານສະພາແຫ່ງຊາດສິງກະໂປ ພ້ອມດ້ວຍພັນລະຍາ ຈະນຳໜ້າຄະນະຜູ້ແທນສະພາແຫ່ງຊາດສິງກະໂປ ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 18-20 ພຶດສະພາ 2022 ຕາມຄຳເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

leftcenterrightdel
ທ່ານ Tan Chuan-Jin ປະທານສະພາແຫ່ງຊາດສິງກະໂປ. ພາບ: todayonline.com.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Tan Chuan-Jin ປະທານສະພາແຫ່ງຊາດສິງກະໂປ ແລະຄະນະຜູ້ແທນສະພາແຫ່ງຊາດສິງກະໂປ ດຳເນີນໄປໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ.

ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວການເມືອງ, ການທູດສຳຄັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດສິງກະໂປ ແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023. ນີ້ແມ່ນຈຸດເວລາເພື່ອສະຫຼຸບ, ຊົມເຊີຍບັນດາຜົນສຳເລັດທີ່ບັນລຸໄດ້, ພ້ອມທັງຊອກຫາກາລະໂອກາດເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການພົບປະແລກປ່ຽນປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ