ປະຊາຄົມວິສາຫະກິດອາເມລິກາ ຖືຫວຽດນາມ ເປັນຕະຫຼາດຍຸດທະສາດບຸລິມະສິດ
ກປ.ອອນໄລ - ຕອນເຊົ້າວັນທີ 12 ພຶດສະພາ ຕາມເວລານະຄອນຫຼວງວໍຊິງຕັນ ດີຊີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະ, ເຮັດວຽກກັບປະຊາຄົມວິສາຫະກິດອາເມລິກາ ໂດຍສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ (USABC) ແລະຫ້ອງການການຄ້າອາເມລິກາ (USCC) ຈັດຕັ້ງ.
ທີ່ເຫດການນີ້, ທ່ານ Ted Osius ອະດີດເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ, ປະຈຸບັນເປັນປະທານ ທັງເປັນຜູ້ອໍານວຍການໃຫຍ່ USABC ເນັ້ນໜັກວ່າ ປະຊາຄົມວິສາຫະກິດອາເມລິກາ ຖືຫວຽດນາມ ເປັນຕະຫຼາດຍຸດທະສາດບຸລິມະສິດ, ປະກອບສ່ວນເຂົ້າການເຕີບໂຕ ແລະວັດທະນາຖາວອນໃຫ້ຫວຽດນາມ. ປະຊາຄົມວິສາຫະກິດອາເມລິກາ ມີທ່າແຮງເພື່ອຊ່ວຍເຫຼືອຫວຽດນາມ ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສາທາລະນະສຸກ. ວິສາຫະກິດທີ່ເຂົ້າຮ່ວມໃນເຫດການເປັນຈໍານວນຫຼວງຫຼາຍໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມສົນໃຈຂອງວິສາຫະກິດອາເມລິກາ ທີ່ມີຕໍ່ຫວຽດນາມ.
    |
 |
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນຕໍ່ບັນດານັກລົງທຶນ ແລະວິສາຫະກິດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມມິງຈີ໊ງ ກ່າວຄໍາເຫັນໂດຍເນັ້ນໜັກວ່າ ອາເມລິກາ ຍາມໃດກໍ່ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີການລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ດ້ວຍຍອດເງິນລົງທຶນຢູ່ຫວຽດນາມ ກວ່າ 10 ຕື້ໂດລາສະຫະລັດນັ້ນສໍາລັບອາເມລິກາ ແລ້ວແມ່ນຍັງບໍ່ທັນເໝາະສົມເທື່ອ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ການລົງທຶນຈາກວິສາຫະກິດອາເມລິກາ ຢູ່ຫວຽດນາມ ໃນຊຸມປີຈະມາເຖິງຈະແຮງກວ່າອີກ. ທ່ານ ຟ້າມມິງຈີ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ຜົນການສໍາຫຼວດຂອງ AmCham, 80% ວິສາຫະກິດອາເມລິກາ ຢູ່ຫວຽດນາມ ຕີລາຄາຕັ້ງໜ້າກ່ຽວກັບແງ່ຫວັງໃນໄລຍະກາງ ແລະໄລຍະຍາວຂອງຫວຽດນາມ.
ທີ່ເຫດການ, ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມສົນທະນາຢ່າງເປີດອົກເປີດໃຈ, ຕອບບາງຄໍາຖາມຂອງວິສາຫະກິດອາເມລິກາ ທີ່ກ່ຽວຂ້ອງເຖິງຂົງເຂດສາທາລະນະສຸກ, ການຫັນປ່ຽນດີຈີຕອນ, ພະລັງງານຂຽວ... ດ້ວຍສານຂໍ່ານັບຮັບຕ້ອນບັນດາວິສາຫະກິດ, ນັກລົງທຶນອາເມລິກາ ມາລົງທຶນເຂົ້າໃນຂົງເຂດຕ່າງໆເຫຼົ່ານີ້ຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ