WB ເອົາໃຈໃສ່ໜູນຊ່ວຍຫວຽດນາມ ເພື່ອໃຫ້ກາຍເປັນປະເທດມີລາຍຮັບສະເລ່ຍສູງ
ກປ.ອອນໄລ - ວັນທີ 12 ພຶດສະພາ, ເນື່ືອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ-ອາເມລິກາ, ຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ ແລະ ສປຊ, ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການຕ້ອນຮັບທ່ານ Axel Van Trotsenburg ຜູ້ອໍານວຍການໃຫຍ່ທະນາຄານໂລກ (WB).
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍແມ່ນສຸມໃສ່ຂົງເຂດຫັນປ່ຽນພະລັງງານ, ຫັນປ່ຽນດີຈີຕອນ; ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມໃຫຍ່, ຄືເສັ້ນທາງດ່ວນ, ທາງແຄມທະເລ; ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ທົ່ງພຽງແມ່ນໍ້າຂອງທາງພາກໃຕ້, ພາກກາງຫວຽດນາມ; ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ຍົກສູງຄວາມສາມາດທາງການແພດ... ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຝ່າຍຫວຽດນາມ ຈະເຮັດວຽກກັບ WB ປະຈໍາ ຫວຽດນາມ ໂດຍໄວ ເພື່ອຜັນຂະຫຍາຍບັນດາໂຄງການຢ່າງລະອຽດ, ເລືອກເອົາໂຄງການທີ່ມີກຳລັງແຜ່ຂະຫຍາຍ, ປາດຖະໜາຢາກໃຫ້ບັນດາໂຄງການດັ່ງກ່າວມີບູລິມະສິດທີ່ສອດຄ່ອງ, ໄຫວພິບ, ໄລຍະກູ້ຢືມຍາວສຸດດ້ວຍດອກເບ້ຍດີທີ່ສຸດ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Axel Van Trotsenburg ຜູ້ອໍານວຍການໃຫຍ່ທະນາຄານໂລກ (WB). ພາບ: baochinhphu.vn |
ທ່ານ Axel Van Trotsenburg ໃຫ້ຮູ້ວ່າອົງການນີ້ຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນວິວັດການຟື້ນຟູ ແລະພັດທະນາພາຍຫຼັງພະຍາດ. ພ້ອມທັງຢັ້ງຢືນວ່າ WB ເອົາໃຈໃສ່ທີ່ສຸດຕໍ່ການໜູນຊ່ວຍຫວຽດນາມ ໃນວິວັດການກາຍເປັນປະເທດທີ່ມີລາຍຮັບສະເລ່ຍສູງ, ບັນລຸໄດ້ຜົນງານສູງກວ່າໃນລະບົບຄຸນຄ່າ; ຫຼາຍປະເທດສາມາດຮຽນຕາມຫວຽດນາມ ຢູ່ຫຼາຍຂົງເຂດ...
ໂດຍ: ໄຊນີດາ