leftcenterrightdel
ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດອາຊຽນ ຈັດກອງປະຊຸມເພື່ອກວດກາຄືນວຽກງານກະກຽມໃຫ້ກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ. ພາບ: ກະຊວງການຕ່າງປະເທດ.

ທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແຈ້ງໃຫ້ຊາບວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ ຄັ້ງນີ້. ຫວຽດນາມ ຈະສົມທົບກັບບັນດາປະເທດອາຊຽນ ປະກອບສ່ວນໃຫ້ຜົນສຳເລັດຂອງກອງປະຊຸມ.

ທ່ານ ບຸ່ຍແທັງເຊີນ ເນ້ັນໜັກວ່າຕ້ອງຮັກສາຄວາມສາມັກຄີເປັນເອກະພາບໃນອາຊຽນ, ເສີມຂະຫຍາຍບົດບາດໃຈກາງ, ເຊີດຊູຫຼັກໝັ້ນຫຼັກການ ແລະທັດສະນະລວມຂອງອາຊຽນ, ຮັກສາການເຂົ້າເຖິງໃຫ້ມີຄວາມສົມດຸນຂອງອາຊຽນ ໃນການພົວພັນກັບບັນດາຄູ່ຮ່ວມມື ແລະຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແມ່ນບັນດາເນື້ອໃນ ເຊິ່ງອາຊຽນ ຕ້ອງສືບຕໍ່ຢັ້ງຢືນ.

ຕອນບ່າຍວັນທີ 11 ພຶດສະພາ, ບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ແລະອາເມລິກາ ໄດ້ຈັດກອງປະຊຸມເພື່ອກວດກາຄືນຄັ້ງສຸດທ້າຍ, ເຫັນດີເປັນເອກະພາບໂຄງການດໍາເນີນງານ ແລະເອກະສານຂອງກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ.

ໂດຍ: ສົມເພັດ