ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ອາເມລິກາ
ກປ.ອອນໄລ - ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະພ້ອມກັບການນໍາບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ອາເມລິກາ...
ຕາມແຈ້ງການຂອງກະຊວງການຕ່າງປະເທດ: ໂດຍໄດ້ຮັບຄໍາເຊີນຂອງທ່ານ Joseph Robinette Biden Jr. ປະທານາທິບໍດີອາເມລິກາ, ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະພ້ອມກັບການນໍາບັນດາປະເທດອາຊຽນ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ອາເມລິກາ ໃນລະຫວ່າງວັນທີ 12-13 ພຶດສະພາ 2022 ທີ່ນະຄອນຫຼວງວໍຊິງຕັນ, ປະເທດ ອາເມລິກາ.
    |
 |
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໂອກາດນີ້, ທ່ານ ຟ້າມມີງຈີ໊ງ ຈະນໍາໜ້າຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ, ເຮັດວຽກຢູ່ອາເມລິກາ ແລະສະຫະປະຊາຊາດ ໃນລະຫວ່າງວັນທີ 11-17 ພຶດສະພາ 2022.
ໂດຍ: ທູຈາງ