ປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງທ່ານ ປອ Philipp Rosler  ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ກໍ່ຄືລະຫວ່າງ ຫວຽດນາມ ແລະ ສະວິດ. ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງ, ພະລັງງານທົດແທນ, ການຫັນເປັນດີຈີຕອນ ແລະ ເສດຖະກິດຂຽວ, ປະທານປະເທດ ສະເໜີໃຫ້ອະດີດຮອງນາຍົກລັດຖະມົນຕີເຢຍລະມັນ ສືບຕໍ່ສະໜັບສະໜູນການພົວພັນ ຫວຽດນາມ - ເຢຍລະມັນ ໃຫ້ພັດທະນາ, ໂດຍສະເພາະແມ່ນຫຼັງຈາກເຢຍລະມັນ ສ້າງຕັ້ງລັດຖະບານໃຫມ່.

leftcenterrightdel
ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານ ປອ Philipp Rosler. ພາບ:  ສໍານັກຂ່າວສານຫວຽດນາມ

ປະທານປະເທດ ກໍ່ສະເໜີໃຫ້ທ່ານ ປອ Philipp Rosler, ໃນນາມເປັນກົງສູນກິດຕິມະສັກ ຫວຽດນາມ ປະຈຳ ສະວິດ, ຕັ້ງໜ້າໂຄສະນາເຜີຍແຜ່ຮູບພາບ ແລະທ່າແຮງບົ່ມຊ້ອນດ້ານເສດຖະກິດຂອງຫວຽດນາມ, ພ້ອມກັນນັ້ນແມ່ນແນະນຳ ແລະລະດົມວິສາຫະກິດທີ່ມີເຕັກໂນໂລຢີທັນສະໄໝ ແລະສີຂຽວມາລົງທຶນຢູ່ ຫວຽດນາມ.

ປະທານປະເທດ ຫງວຽນຊວນຟຸກ ກໍ່ຢໍ້າຄືນອີກເທື່ອໜຶ່ງສະເໝີໃຫ້ທ່ານ ປອ Philipp Rosler ແລະວິສາຫະກິດສະວິດ ມີທັດສະນະສະໜັບສະໜູນ ແລະຊຸກຍູ້ການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະມາຄົມການຄ້າເສລີເອີລົບ ໂດຍໄວ ຄືດັ່ງປະທານປະເທດ ແລະປະທານາທິບໍດີສະວິດ ໄດ້ຕົກລົງກັນໃນຕົ້ນເດືອນທັນວາ 2021 ຜ່ານມາ.

ໂດຍ: ທະນາພອນ