ຕາງໜ້າສະພາແຫ່ງຊາດຫວຽດນາມ ແລະໃນນາມສ່ວນຕົວ, ທ່ານ ເວືອງດິ່ງເຫ້ວ ສົ່ງພອນໄຊອັນປະເສີດທີ່ສຸດເຖິງທ່ານນາງ Roberta Metsola, ສະແດງຄວາມປະທັບໃຈເມື່ອຮູ້ວ່າທ່ານນາງ Roberta Metsola ເປັນປະທານລັດຖະສະພາເອີລົບ ໜຸ່ມທີ່ສຸດໃນປະຫວັດສາດ ທັງແມ່ນປະທານຍິງຜູ້ທໍາອິດໃນ 20 ປີຜ່ານມາຂອງລັດຖະສະພາເອີລົບ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ຈຽນຖັງ.

ທ່ານ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືຮອບດ້ານກັບສະຫະພາບເອີລົບ, ຄູ່ຮ່ວມມືສໍາຄັນແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ ແລະເຊື່ອມໂຍງກັບສາກົນຂອງຫວຽດນາມ, ໃນນັ້ນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາເອີລົບ ແມ່ນເສົາຄໍ້າທີ່ສໍາຄັນໃນການພົວພັນສອງຝ່າຍ.

ທ່ານ ເວືອງດິ່ງເຫ້ວ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງທ່ານນາງ Roberta Metsola ພ້ອມກັບການສະໜັບສະໜູນຂອງບັນດາສະມາຊິກລັດຖະສະພາເອີລົບ, ການພົວພັນຄູ່ຮ່ວມມື ແລະຮ່ວມມືຮອບດ້ານຫວຽດນາມ-ສະຫະພາບເອີລົບ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງຝ່າຍ.

ໂດຍ: ຈາງຫງວຽນ