ກ່າວຄໍາເຫັນທີ່ການພົບປະ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ໃນສະພາບການຍັງມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຜົນກະທົບຈາກພະຍາດໂຄວິດ-19 ໃນປີ 2021, ແຕ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນ 3 ເສົາຄໍ້າ ການທູດພັກ, ການທູດລັດ ແລະການທູດປະຊາຊົນບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ.

ທ່ານ ບຸ່ຍແທງເຊີນ ຂອບໃຈ ແລະຕີລາຄາສູງບັນດາອົງການສື່ມວນຊົນທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມເດີນທາງພ້ອມກັບກະຊວງການຕ່າງປະເທດ, ໃຫ້ຂ່າວຢ່າງທັນການ, ມີຫຼາຍບົດຂຽນລົງເລິກ, ແຫຼມຄົມ, ໂຄສະນາສານພົວພັນຕ່າງປະເທດທີ່ສໍາຄັນຂອງພັກ ແລະປະເທດເຖິງປະຊາຊົນພາຍໃນປະເທດ ແລະປະຊາຄົມສາກົນປະສົບຜົນສໍາເລັດ.

leftcenterrightdel
ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຕີລາຄາສູງການສົມທົບກັນຢ່າງມີປະສິດທິຜົນຂອງສື່ມວນຊົນໃນປີ 2021. ພາບ: ໜັງສືພິມຕໍາຫຼວດປະຊາຊົນ.

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທງເຊີນ ໄດ້ປະດັບຫຼຽນກາລະນຶກເພື່ອພາລະກິດການຕ່າງປະເທດ ແລະມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງການຕ່າງປະເທດໃຫ້ບັນດາໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນ, ການປະກອບສ່ວນທີ່ລໍ້າຄ່າເຂົ້າໃນວຽກງານພົວພັນຕ່າງປະເທດໃນໄລຍະຜ່ານມາ ກໍ່ຄືໃນປີປະທານອາຊຽນ 2020 ຂອງຫວຽດນາມ, ໃນນັ້ນມີໜຶ່ງໝູ່ຄະນະ ແລະໜຶ່ງຄົນແມ່ນສັງກັດໜັງສືພິມກອງທັບປະຊາຊົນຫວຽດນາມ.

ໂດຍ: ຈາງຫງວຽນ