ລະບົບລາງວັນລວມມີລາງວັນຕົ້ນຕໍ (VinFuture Grand Prize) ທີ່ມີມູນຄ່າ 3 ລ້ານໂດລາສະຫະລັດ; 3 ລາງວັນພິເສດ (ແຕ່ລະລາງວັນມີມູນຄ່າ 500.000 ໂດລາສະຫະລັດ) ລວມມີ: ລາງວັນໃຫ້ນັກວິທະຍາສາດຍິງ; ລາງວັນໃຫ້ນັກວິທະຍາສາດທີ່ມາຈາກບັນດາ ປະເທດພັດທະນາ; ລາງວັນໃຫ້ນັກວິທະຍາສາດຄົ້ນຄວ້າຂົງເຂດໃໝ່.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມພິທີມອບລາງວັນວິທະຍາສາດ, ເຕັກໂນໂລຢີທົ່ວໂລກ VinFuture ຄັ້ງທີ 1. ພາບ: VGP

ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມມິງຈິ໊ງ ຊົມເຊີຍ, ຕີລາຄາສູງ ແລະຮັບຮູ້ກຸ່ມບໍລິສັດ Vingroup ໄດ້ມານະພະຍາຍາມໃນການກໍ່ສ້າງ ແລະພັດທະນາກອງທຶນ VinFuture - ກອງທຶນເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລເຊິ່ງໄດ້ຮັບການສ້າງຕັ້ງຈາກປະທານກຸ່ມບໍລິສັດ Vingroup ແລະພັນລະຍາ ເພື່ອເຊີດຊູຄຸນຄ່າຂອງວິທະຍາສາດ, ເຕັກໂນໂລຢີໃນທົ່ວໂລກ. ນາຍົກລັດຖະມົນຕີປາດຖະໜາຢາກມີບັນດາບາດກ້າວພັດທະນາໃໝ່ໃນການໝູນໃຊ້ຜົນການຄົ້ນຄວ້າຂອງນັກວິທະຍາສາດຢູ່ຫວຽດນາມ.

ຕາງໜ້າຄະນະຈັດຕັ້ງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມອບລາງວັນຕົ້ນຕໍ (VinFuture Grand Prize) ໃຫ້ນັກວິທະຍາສາດ 3 ຄົນແມ່ນທ່ານນາງ Katalin Kariko, ທ່ານ Drew Weissman (ອາເມລິກາ) ແລະທ່ານ Pieter Cullis (ການາດາ) ດ້ວຍຜົນງານດ້ານເຕັກໂນໂລຢີ mRNA, ເປີດເສັ້ນທາງຜະລິດວັກຊິນປະເພດຕ່າງເພື່ອສະກັດກັ້ນພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ໂດຍ: ໄຊນີດາ