ດ້ວຍຄວາມໜາກວ່າ 620 ໜ້າ, ປື້ມເຫຼັ້ມດັ່ງກ່າວໄດ້ຮວບຮວມ ແລະຄັດເລືອກເອົາບົດຂຽນ, ບົດກະວີ, ຈົດໝາຍຫຼາຍສະບັບທີ່ສະແດງໃຫ້ເຫັນອາລົມຈິດ, ຄວາມຮັກແພງ, ເຄົາລົບນັບຖືຂອງປະຊາຊົນທຸກຊັ້ນວັນນະ ແລະເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ເອົາລົງຢູ່ໜ້າໜັງສືພິມເອເລັກໂຕນິກ, ສື່ສັງຄົມອອນລາຍຕ່າງໆ.

leftcenterrightdel
ທ່ານ ເລມິງຮຶງ ຫົວໜ້າຫ້ອງວ່າການສູນກາງພັກ ມອບປື້ມໃຫ້ຜູ້ຕາງໜ້າບາງທ້ອງຖິ່ນ. ພາບ: ດາດຄວາ.

ຜູ້ຂຽນສ່ວນຫຼາຍບໍ່ແມ່ນນັກປະພັນມືອາຊີບ, ແຕ່ຜ່ານບົດກະວີ, ບົດຂຽນຕ່າງໆເຫຼົ່ານັ້ນລ້ວນແຕ່ສະແດງໃຫ້ເຫັນຄວາມນິຍົມ, ເຄົາລົບນັບຖື, ການຮູ້ບຸນຄຸນອັນເລິກເຊິ່ງ ແລະຝາກຄວາມເຊື່ອໝັ້ນ ໄວ້ນຳຜູ້ນໍາສູງສຸດຂອງພັກກອມມູນິດຫວຽດນາມ. ຜູ້ຂຽນເຫຼົ່ານັ້ນລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ນໍາພາກິດຈະການປ່ຽນແປງໃໝ່ປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ.  

ເພື່ອເຜີຍແຜ່ ແລະຂະຫຍາຍເນື້ອໃນທີ່ມີຄ່າຂອງປື້ມເຫຼັ້ມນີ້ຢ່າງກວ້າງຂວາງ, ໄປຄຽງຄູ່ກັບການພິມຈໍາໜ່າຍປື້ມທີ່ເປັນມູນເຊື້ອ, ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ສຶເທິດ ໄດ້ສົມທົບກັບໜັງສືພິມປະຊາຊົນ ຈັດພິມຈໍາໜ່າຍສະບັບເອເລັກໂຕນິກ ເພື່ອຮັບໃຊ້ເພື່ອນຜູ້ອ່ານໃນເວັບໄຊ Stbook.vn ແລະເວັບໄຊ Thuviencoso.vn

ໂດຍ: ໄຊຊະນະ