ອາໄລຫາປະທານ ໂຕນດຶກທັ້ງ ໂດຍແມ່ນໜຶ່ງໃນບັນດານັກຮົບລຸ້ນທຳອິດຂອງຂະບວນການກຳມະກອນ ແລະຂະບວນການປະຕິວັດກຳມະຊີບຫວຽດນາມ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ແລະການປະຕິວັດສັງຄົມນິຍົມ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ປະທານໂຕນດຶກທັ໊ງ ຍາມໃດກໍ່ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈຮັກຊາດ ແລະລັດທິວິລະຊົນປະຕິວັດ, ກ່ຽວກັບນິໄສສຸຂຸມຄ່ຽມຄົມ, ລຽບງ່າຍ ແລະຄວາມສຸດຈິດສຸດໃຈກັບປະຊາຊົນ ເພື່ອໃຫ້ລຸ້ນຄົນຕໍ່ໄປປະຕິບັດຕາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພ້ອມກັບຄະນະປະຕິບັດງານຖະຫວາຍທູບທຽນອາໄລຫາ ປະທານ ໂຕນດຶກທັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີວາງສີລາລຶກໂຄງການເຊື່ອມຕໍ່ລະຫວ່າງເສັ້ນທາງຫຼວງແຫ່ງຊາດ ເລກທີ 91 ແລະ ເສັ້ນທາງເວັ້ນນະຄອນລອງຊວຽນ. ນີ້ແມ່ນໂຄງການພື້ນຖານໂຄງລ່າງທຳອິດຂອງກະຊວງຄົມມະນາຄົມ ແລະຂົນສົ່ງ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2022. ໂຄງການມີງົບປະມານລົງທຶນກວ່າ 2.100 ຕື້ດົ່ງ

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ນີ້ແມ່ນໂຄງການເສັ້ນທາງເວັ້ນຂັ້ນແຂວງສຸດທ້າຍຂອງຫວຽດນາມ. ໂຄງການບໍ່ພຽງແຕ່ຊ່ວຍໃຫ້ການຈາລະຈອນ ແລະຂົນສົ່ງສິນຄ້າສະດວກເທົ່ານັ້ນ ຫາກຍັງຫຼຸດຜ່ອນຄວາມສ່ຽງເກີດອຸບັດຕິເຫດໃນບໍລິເວນອີກດ້ວຍ. ທ່ານປະທານປະເທດ ຢັ້ງຢືນວ່າ ຍາມໃດກໍ່ຈະຕິດຕາມ ແລະຮ່ວມເດີນທາງໄປພ້ອມກັບການພັດທະນາຂອງແຂວງ ອານຢາງ ເວົ້າສະເພາະ ແລະເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມເວົ້າລວມ.

ໂດຍ: ທະນາພອນ