leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຖືວ່າໃນສະຖານະການໂລກາພິວັດ, ການເຊື່ອມໂຍງເຂົ້າກັບສາກົນໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກດ້ານຂອງຊີວິດສັງຄົມ, ວາງອອກຄວາມຕ້ອງການທີ່ຈໍາເປັນກ່ຽວກັບການສືບຕໍ່ປະຕິຮູບດ້ານກົດໝາຍຫວຽດນາມ ຢ່າງແຮງ. “ການປະຕິຮູບດ້ານກົດໝາຍຕ້ອງດໍາເນີນພ້ອມກັບການປ່ຽນແປງໃໝ່ວຽກງານສ້າງກົດໝາຍ ແລະປະຕິຮູບດ້ານການບໍລິຫານເພື່ອຮັບປະກັນຫຼັກການອໍານາດຂອງລັດແມ່ນເອກະພາບ, ມີການແບ່ງງານ, ປະສົມປະສານ, ຄວບຄຸມລະຫວ່າງບັນດາອົງການລັດໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ. ການປະຕິຮູບດ້ານກົດໝາຍມຸ່ງເຖິງການປົກປ້ອງ ແລະຮັບປະກັນປະຊາທິປະໄຕ, ຄວາມຍຸຕິທຳ, ສິດທິມະນຸດ, ສິດພົນລະເມືອງ, ເຄົາລົບກົດໝາຍໃຫ້ດີກວ່າ”.

ທ່ານ ຫງວຽນຊວນຟຸກ ກໍ່ຖືວ່າການປະຕິຮູບດ້ານກົດໝາຍຕ້ອງສືບທອດຜົນງານທີ່ບັນລຸໄດ້ຂອງພື້ນຖານກົດໝາຍຫວຽດນາມ; ຮັບເອົາບັນດາຄຸນຄ່າທີ່ກ້າວໜ້າ, ບັນດາບົດຮຽນອັນລໍ້າຄ່າຂອງປະເທດຕ່າງໆໂດຍມີການຄັດເລືອກ.

ໂດຍ: ໄຊນີດາ