ຕໍ່ໜ້າສະພາບພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີຄະນະພັກ, ອໍານາດການປົກຄອງ, ບັນດາຂະແໜງການແຂວງແຄ໊ງຮວ່າ ສືບຕໍ່ເປັນເຈົ້າການສ້າງແຜນການ, ວິທີປ້ອງກັນ, ຕ້ານພະຍາດໂຄວິດ-19; ເສີມຂະຫຍາຍນໍ້າໃຈຮັບຜິດຊອບ, ສາມັກຄີ, ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະມີປະສິດທິຜົນ ມຸ່ງໄປຫາຮາກຖານ, ໂດຍສະເພາະແມ່ນບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ໃຫ້ກໍາລັງໃຈ, ໜູນຊ່ວຍເບິ່ງແຍງດູແລຄົນທຸກຍາກ ເພື່ອໃຫ້ທຸກຄົນ, ທຸກຄອບຄົວ ລ້ວນແຕ່ມີບຸນເຕັດ, ພິເສດແມ່ນເອົາໃຈໃສ່ເຖິງບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19, ໄພທໍາມະຊາດ, ໄພນໍ້າຖ້ວມ, ບັນດາຄອບຄົວທຸກຍາກແມ່ນກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ທີ່ເຮັດວຽກຢູ່ເຂດຫຍຸ້ງຍາກລໍາບາກ...

leftcenterrightdel
ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງຢຽນແຄ໊ງ, ແຂວງແຄ໊ງຮວ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດ ໄດ້ລົງເຂດອຸດສາຫະກໍາ ຊ໊ວຍເຢົາ (ເມືອງກາມເລິມ) ມອບຂອງຂວັນ 200 ພູດໃຫ້ກໍາມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ລະພູດມີມູນຄ່າ 1.250.000 ດົ່ງ; ມອບ 100 ພູດໃຫ້ພໍ່ແມ່ປະຊາຊົນທີ່ປະສົບຄວາມຫຍຸ້ງຍາກຂອງເມືອງຢຽນແຄ໊ງ ແລະມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ທະຫານເສຍອົງຄະ ຢູ່ນະຄອນຍາຈາງ ແລະມອບໃຫ້ບັນດາທ້ອງຖິ່ນ ມອບຂອງຂວັນ 150 ພູດໃຫ້ປະຊາຊົນ.

ຕອນບ່າຍວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນຢູ່ໂຮງໝໍວັນນະໂລກປອດແຂວງແຄ໊ງຮວ່າ; ມອບທຶນການສຶກສາໃຫ້ກອງທຶນອຸປະກາລະເດັກນ້ອຍແຂວງແຄ໊ງຮວ່າ ແລະອວຍພອນປີໃໝ່ຄະນະພັກແຂວງ, ຄະນະສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ.

ໂດຍ: ໄຊຊະນະ