ກ່າວຄໍາເຫັນທີ່ລາຍການ, ທ່ານ ເລວັນແທ່ງ ສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມລາຍການ “ບຸນເຕັດອົບອຸ່ນ - ລະດູບານໃໝ່ສະຫງົບສຸກ” ປີ 2022. ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2022 ໃກ້ຈະມາຮອດ, ທ່ານຮອງນາຍົກລັດຖະມົນຕີ ສົ່ງຄໍາອວຍພອນເຖິງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຮ່ານາມ, ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ກໍາມະກອນຜູ້ອອກແຮງງານ ແລະປະຊາຊົນທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ຕ້ອນຮັບປີໃໝ່ຢ່າງປອດໄພ, ຢູ່ດີມີແຮງ, ວັດທະນາຖາວອນ. 

ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າພໍ່ແມ່ປະຊາຊົນ, ກໍາມະກອນຜູ້ອອກແຮງງານ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຕິດພັນກັບວິສາຫະກິດ, ສຸມໃສ່ອອກແຮງງານທໍາການຜະລິດ, ກໍ່ສ້າງບ້ານເມືອງ ເພື່ອການພັດທະນາລວມຂອງທ້ອງຖິ່ນ, ກົມກອງ, ວິສາຫະກິດ ແລະເພື່ອຜົນປະໂຫຍດອັນຊອບທໍາຂອງແຕ່ລະຄອບຄົວ, ບຸກຄົນ…

leftcenterrightdel
ທ່ານ ເລວັນແທ່ງ ຮອງນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ຜູ້ຕາງໜ້າສະຫະພັນແຮງງານແຂວງຮ່ານາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ລາຍການ “ບຸນເຕັດອົບອຸ່ນ - ລະດູບານໃໝ່ສະຫງົບສຸກ” ປີ 2022, ທ່ານຮອງນາຍົກລັດຖະມົນຕີ ພ້ອມກັບການນໍາສະຫະພັນໃຫຍ່ແຮງງານຫວຽດນາມ, ການນໍາແຂວງຮ່ານາມ ໄດ້ມອບຂອງຂວັນ 200 ພູດໃຫ້ບັນດາຄອບຄົວທຸກຍາກ ແລະກໍາມະກອນຜູ້ອອກແຮງງານ ທີ່ປະສົບຄວາມຫຍຸ້ງຍາກ.

ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ກໍາລັງປິ່ນປົວ, ກາຍຍະບຳບັດຢູ່ທີ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ຢຸຍຕຽນ (ແຂວງຮ່ານາມ).

ໂດຍ: ໄຊຊະນະ