ການພົບປະເຈລະຈາໄດ້ດຳເນີນຢ່າງກົງໄປກົງມາ ແລະມີປະສິດທິຜົນ, ແລະເຕື້ອງເຖິງຫລາຍບັນຫາ. ທ່ານນາງ Natasha Smith, ຜູ້ຊ່ວຍວຽກເລຂາຜູ້ທີໜຶ່ງຂອງຄະນະນະໂຍບາຍຫຼາຍຝ່າຍ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ທ່ານ ໂດ໊ຮຸ່ງຫວຽດ, ຜູ້ຊ່ວຍວຽກລັດຖະມົນຕີຕ່າງປະເທດທັງເປັນຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດຫວຽດນາມ ເປັນປະທານຮ່ວມການພົບປະເຈລະຈາ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານນາງ Marise Payne ລັດຖະມີຕີຕ່າງປະເທດອົດສະຕາລີ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງສອງຝ່າຍ. ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ຫວຽດນາມ ແລະ ອົດສະຕາລີ ໃຫ້ຮູ້ວ່າ, ທີ່ການພົບປະເຈລະຈາຫວຽດນາມ ແລະອົດສະຕາລີ ລ້ວນແຕ່ຍອມຮັບຜົນກະທົບອັນໃຫຍ່ຫຼວງຂອງພະຍາດໂຄວິດ-19 ທີ່ມີຕໍ່ປະຊາຊົນ ແລະ ສັງຄົມຂອງສອງປະເທດ. ອົດສະຕາລີ ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບໂລກລະບາດ ແລະໄດ້ຊ່ວຍຫວຽດນາມ ຜັນຂະຫຍາຍການສັກວັກຊິນ. ໃນຂະນະນັ້ນ, ຫວຽດນາມ ໄດ້ປະກາດກ່ຽວກັບບັນດາຄວາມມານະພະຍາຍາມຟື້ນຟູກວມລວມຫຼັງໂລກລະບາດ, ບໍ່ໃຫ້ຜູ້ໃດຖືກຄ້າງໄວ້ຢູ່ເບື້ອງຫຼັງ, ໃນນັ້ນມີບັນດາກຸ່ມທີ່ຖືກສ່ຽງໄພສູງກວ່າເພິ່ນ.

ຫວຽດນາມ ແລະ ອົດສະຕາລີ ໄດ້ອັບເດດກ່ຽວກັບບັນດາການເຄື່ອນໄຫວຊຸກຍູ້ ແລະປົກປ້ອງສິດທິມະນຸດຂອງແຕ່ລະປະເທດ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການເຂົ້າເຖິງສິດທິມະນຸດ, ອັບເດດກ່ຽວກັບອຳນາດກົດໝາຍ ແລະນະໂຍບາຍປະຕິຮູບດ້ານກົດໝາຍເພື່ອປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ, ຊາວອົດສະຕາລີ ແລະ ບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມ...

ທັງສອງຝ່າຍລ້ວນແຕ່ຮັບຮູ້ບົດບາດສຳຄັນຂອງສື່ມວນຊົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແຕ່ລະສັງຄົມ. ອົດສະຕາລີ ຊົມເຊີຍ ຫວຽດນາມ ດໍາລົງບົດບາດເປັນປະທານອາຊຽນ ໃນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ປະສົບຜົນສໍາເລັດ...

ໂດຍ: ທະນາພອນ